ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันอังคารที่ 11 ตุลาคม พ.ศ. 2559

    ລາງວັນໂນເບລ (Nobel Prize) ລາງວັນກຽດຕິຍົດລະດັບໂລກ

    ລາງວັນໂນເບລ (Nobel Prize) ເປັນລາງວັນທີ່ຍິ່ງໃຫຍ່ ແລະ ມີກຽດຂອງຊາວໂລກ ຖືເປັນສິ່ງທີ່ບອກເຖິງຄວາມເກັ່ງ, ດີເລີດ ແລະ ສະແດງອອກເຖິງການອຸທິດຕົນ ເພື່ອຄວາມກ້າວໜ້າ, ຄວາມສະຫງົບສຸກ ແລະ ສັນຕິພາບຂອງໂລກ.
    medal-nobel
    ລາງວັນໂນເບລກໍ່ຕັ້ງໂດຍ ອັລເຟຣດ ໂນເບລ (Alfred Nobel) ນັກເຄມີຊາວສະວິເດັນ, ຜູ້ປະດິດດິນລະເບີດ ທີ່ເອີ້ນວ່າລະເບີດ “ໄດນາໄມຕ໌” ຮູ້ສຶກເສຍໃຈທີ່ລະເບີດຂອງລາວ ຖືກນຳໄປໃຊ້ໃນການຂ້າຊີວິດຜູ້ຄົນ. ເມື່ອລາວເສຍຊີວິດລົງໃນປີ ຄ.ສ 1896 ລາວໄດ້ລະບຸໄວ້ໃນພິໄນກຳວ່າ: ຍົກຊັບສິນທັງໝົດໃຫ້ນຳໄປຕັ້ງເປັນມູນນິທິໂນເບລ ເພື່ອການສະໜັບສະໜູນ ແລະ ມອບລາງວັນໃຫ້ແກ່ບຸກຄົນ ທີ່ມີຜົນງານວິໄຈ ຫຼື ສິ່ງປະດິດທີ່ໂດດເດັ່ນ ຫຼື ສ້າງຄຸນປະໂຫຍດໃຫ້ກັບມວນມະນຸດ. ໂນເບລ ໄດ້ສະແດງຄວາມມຸ່ງໝັ້ນໄວ້ໃນພິໄນກຳຂອງລາວຢ່າງເດັ່ນຊັດວ່າ:  It is my express with that in  awarding the prize no consideration be given to the nationality of the candidates, but that the most worthy shall receive the prize, whether he be Scandinavian or not….” ເຊິ່ງມີຄວາມໝາຍວ່າ: ຜູ້ທີ່ຈະມີສິດໄດ້ຮັບລາງວັນນີ້ຕ້ອງເປັນບຸກຄົນທີ່ອຳນວຍຄຸນປະໂຫຍດ ແກ່ມວນມະນຸດ ໂດຍບໍ່ຈຳກັດວ່າຈະເປັນເຊື້ອຊາດ ຫຼື ສາສະໜາໃດ.”
    nobel_insert-1
    ຫຼັງຈາກທີ່ໂນເບລເສຍຊີວິດໄປໄດ້ 5 ປີ ໄດ້ມີການຈັດພິທີການມອບລາງວັນໂນເບລຂຶ້ນເປັນຄັ້ງທຳອິດໃນວັນທີ 10 ທັນວາ 1901 ມີ 5 ສາຂາຄື: ຟີຊິກ (Physics), ເຄມີ (Chemistry), ການແພດ ແລະ ຢາ (Physiology or medicine), ວັນນະຄະດີ (Literature) ແລະ ສາຂາສັນຕິພາບ (Peace). ຕໍ່ມາປີ ຄ.ສ 1969 ໄດ້ມີການເພີ່ມສາຂາເສດຖະສາດຂຶ້ນ ໂດຍທະນາຄານແຫ່ງຊາດສະວີເດັນ ໂດຍມີຊື່ຢ່າງເປັນທາງການວ່າ Bank of Sweden Prize in Economics, ຖືໄດ້ວ່າລາງວັນສາຂານີ້ມີຖານະ ແລະ ສິດທີ່ເທົ່າທຽມກັບສາຂາອື່ນ. ໂດຍລາງວັນແຕ່ລະສາຂາ ຈະໄດ້ຮັບຫຼຽນ ແລະ ເງິນລາງວັນທີ່ເທົ່າທຽມກັນ, ເຊິ່ງໃນຕອນທຳອິດນັ້ນ ກະສັດອອສກ້າທີ 2 ແຫ່ງສະວີເດັນ ບໍ່ເຫັນດີນຳໃນການມອບລາງວັນທີ່ສຳຄັນທີ່ສຸດລະດັບປະເທດນີ້ ໃຫ້ກັບຊາວຕ່າງຊາດ ແຕ່ສຸດທ້າຍກໍ່ໄດ້ປ່ຽນໃຈ, ເນື່ອງຈາກເຫັນວ່າລາງວັນນີ້ສ້າງຊື່ສຽງໃຫ້ກັບປະເທດເປັນຢ່າງສູງ.
     ຂອບໃຈແຫຼ່ງຂ່າວຈາກ:http://www.devcrown.com
    ຂອບໃຈແຫຼ່ງຂ່າວຈາກ: vcharkarn

    ไม่มีความคิดเห็น:

    แสดงความคิดเห็น