ສັນຍາລັກ ຂອງອົງການສະຫະປະຊາຊາດ ຫຼື United Nations (UN) ປາກົດຢູ່ດ້ານໜ້າຕຶກ ສຳນັກງານໃຫຍ່ ຂອງ UN ໃນລະຫວ່າງ ກອງປະຊຸມ ສະມັດຊາໃຫຍ່ ອົງການສະຫະປະຊາຊາດ ຄັ້ງທີ 71 ໃນນະຄອນ Manhattan ຂອງລັດ New York ປະເທດສະຫະລັດ.
ການແຂ່ງຂັນເອົາຕຳແໜ່ງເລຂາທິການໃຫຍ່ອົງການສະຫະປະຊາຊາດ ຄົນຕໍ່ໄປ ກ້າວເຂົ້າສູ່ຂັ້ນຕອນການຕັດສິນໃຈ ໃນວັນພຸດມື້ນີ້ ໃນຂະນະທີ່ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ກ້າວເຂົ້າສູ່ລະດັບຕໍ່ໄປ ຂອງການລົງຄະແນນສຽງ.
ສະພາດັ່ງກ່າວທີ່ມີສະມາຊິກ ຈາກ 15 ປະເທດ ມີໜ້າທີ່ສະເໜີແນະ ຜູ້ລົງສະໝັກເອົາ ຕຳແໜ່ງ ເພື່ອການຮັບຮອງເອົາໂດຍສະມາຊິກ 193ປະເທດ ຂອງສະມັດຊາໃຫຍ່ ສະຫະປະຊາຊາດ.
ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ຈັດກອງປະຊຸມ ລະດັບສູງ ກ່ຽວກັບ ເລື່ອງ ຊີເຣຍ ຢູ່ທີ່ ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ໃນນະຄອນ Manhattan, ລັດ New York ຂອງ ສະຫະລັດ.
ນັບຕັ້ງແຕ່ທ້າຍເດືອນກໍລະກົດ ເປັນຕົ້ນມາ ສະພານີ້ ໄດ້ຈັດຕັ້ງການປ່ອນບັດເພື່ອ ຢັ່ງຫາງສຽງ ເບິ່ງຄວາມກະຕືລືລົ້ນຂອງບັນດາສະມາຊິກ ກ່ຽວກັບ ຜູ້ສະໝັກ 10 ທ່ານ ຢ່າງບໍ່ເປັນທາງການແລະແບບບໍ່ເປີດ ເຜີຍທັງໝົດ 5 ຮອບມາແລ້ວ.
ໃນທັງໝົດ 5 ຮອບນັ້ນ ອະດີດນາຍົກລັດຖະມົນຕີ ຂອງປອກຕຸຍກາລ ທ່ານ Antonio Guterres ອາຍຸ 67 ປີ ເປັນຜູ້ ມີຄະແນນນຳໜ້າ. ແຕ່ໄຊຊະນະຂອງທ່ານນັ້ນ ກໍ່ບໍ່ ໝາຍຄວາມວ່າ ເປັນການຄ້ຳປະກັນ ເຖິງແມ່ນວ່າ ການລົງຄະແນນສຽງໃນວັນພຸດມື້ນີ້ ຈະເປັນເຄື່ອງບົ່ງບອກ ອັນໜັກແໜ້ນ ກ່ຽວກັບວ່າ ທ່ານສາມາດປະສົບຄວາມສຳເລັດຫຼືບໍ່.
ສະພາຄວາມໝັ້ນຄົງ ຈະໃຊ້ບັດທີ່ໝາຍດ້ວຍສີ ຄື ສີໜຶ່ງສຳລັບສະມາ ຊິກປະຈຳຖາວອນ 5 ປະເທດ ທີ່ສາມາດໃຊ້ສິດຍັບຍັ້ງ, ອີກສີໜຶ່ງສຳ ລັບ ສະມາຊິກ 10 ປະເທດ ຜູ້ທີ່ໄດ້ ຖືກເລືອກເຂົ້າໄປນັ່ງໃນສະພາດັ່ງ ກ່າວ.
ການລົງຄະແນນສຽງ ຈະບໍ່ເທົ່າທຽມກັນອີກຕໍ່ໄປແລ້ວ. ຖ້າມີການລົງຄະແນນສຽງ “ບໍ່ມີ ຄວາມໝັ້ນໃຈ” ຈາກປະເທດໃດໜຶ່ງເຊັ່ນ ອັງກິດ ຈີນ ຝຣັ່ງ ຣັດເຊຍ ຫຼື ສະຫະລັດແລ້ວ ກໍອາດເປັນຜົນເຮັດໃຫ້ຄວາມປາດຖະໜາຂອງຜູ້ສະໝັກຄົນໃດຄົນໜຶ່ງໄດ້ສິ້ນສຸດລົງ.
ໃນຂະນະດຽວກັນ ການລົງຄະແນນສຽງອາດບໍ່ຊີ້ໃຫ້ເຫັນຜູ້ຊະນະເລີດຢ່າງຈະແຈ້ງ ໃນ ທັນທີເທື່ອ ບັນດາຜູ້ລົງສະໝັກ ທີ່ໄດ້ຮັບການໃຊ້ສິດ ຢັບຢັ້ງໜຶ່ງ ຫຼື ຫຼາຍຄັ້ງ ເບິ່ງຄືວ່າ ຈະເລີ້ມຖອນການແຂ່ງຂັນ ຂອງພວກເຂົາເຈົ້າ.
ໃນເວລາທີ່ມີການບົ່ງບອກຢ່າງຈະແຈ້ງ ກ່ຽວກັບຜູ້ສະໝັກທີ່ໄດ້ຮັບຄະ ແນນສຽງ ຢ່າງ ເປັນເອກກະສັນແລ້ວ ທາງສະພາ ກໍຈະກ້າວໄປສູ່ການລົງຄະແນນສຽງ ຢ່າງເປັນ ທາງ ການໃນທັນທີ.
ເອກອັກຄະລັດຖະທູດຣັດເຊຍ ປະຈຳສະຫະປະຊາຊາດ ທ່ານ Vitaly Churkin ຜູ້ເປັນປະທານສະພາຄວາມໝັ້ນຄົງ ສຳລັບເດືອນຕຸລາ ໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນຈັນຜ່ານມາ ວ່າ “ຂ້າພະເຈົ້າໄດ້ມີຄວາມຮູ້ສຶກວ່າ ບັນດາສະມາຊິກສະພາ ແມ່ນອຽງໄປທາງການກ້າວໄປສູ່ການລົງຄະແນນສຽງຢ່າງເປັນທາງການແລ້ວ.”
ທ່ານກ່າວຕື່ມວ່າ “ຂ້າພະເຈົ້າຄຶດວ່າ ມີໂອກາດດີ ບໍ່ເທົ່າໃດມື້ ຫຼັງຈາກມີການປ່ອນບັດ ໃນວັນພຸດມື້ນີ້ທີ່ພວກເຮົາຈະກ້າວໄປສູ່ການລົງຄະແນນ ສຽງຢ່າງເປັນທາງການ ແລະ ຕໍ່ຈາກນັ້ນ ທຸກສິ່ງ ຈະມີຄວາມຈະແຈ້ງຂຶ້ນ.”
ຂອບໃຈຂ່າວຈາກ:http://lao.voanews.com/
ไม่มีความคิดเห็น:
แสดงความคิดเห็น