ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันศุกร์ที่ 14 ตุลาคม พ.ศ. 2559

    BMW Motorrad Vision Next 100 ຍານພາຫະນະແຫ່ງອະນາຄົດ

    BMW ເຜີຍໃຫ້ເຫັນລົດຈັກ Motorrad Vision Next 100 ຄອນເຊັບລົດໃນອະນາຄົດ ທີ່ໃຫ້ຄວາມປອດໄພກັບຜູ້ຂັບຂີ່ຢ່າງສູງສຸດ ຈົນບໍ່ຈຳເປັນຕ້ອງໃສ່ໝວກກັນນ໊ອກ ເພາະໃຊ້ເທັກໂນໂລຢີ self-balancing ທີ່ຊ່ວຍການປັບຄວາມສົມດຸນ ມືໃໝ່ສາມາດຂັບໄດ້ທັນທີໂດຍບໍ່ຕ້ອງຢ້ານລົ້ມ.
    1-bmw-motorrad-next-100
    Motorrad Vision Next 100 ບໍ່ໄດ້ມີການຕິດຕັ້ງແຜງໜ້າປັດມາໃຫ້ ເພາະທຸກຢ່າງຈະສະແດງຜົນເທິງແວ່ນຕາ ແລະ ນອກຈາກຜູ້ຜົນດີຕໍ່ຜູ້ຂັບຂີ່ແລ້ວ ຍັງມີຄວາມປອດໄພຕໍ່ກັບສິ່ງແວດລ້ອມນຳອີກ, Motorrad Vision Next 100 ໃຊ້ພະລັງງານໄຟຟ້າ ເຮັດໃຫ້ການປ່ອຍມົນລະພິດອອກມາເປັນສູນ.
    ແຕ່ເຖິງຢ່າງໃດກໍ່ຕາມ Motorrad Vision Next 100 ຍັງເປັນພຽງຄອນເຊັບ ຫຼື ແນວຄວາມຄິດເທົ່ານັ້ນ ແຕ່ກໍ່ເຮັດໃຫ້ເຮົາເບິ່ງເຫັນພາບຂອງຍານພາຫະນະ ໃນອະນາຄົດໄດ້ຢ່າງຊັດເຈນ.
    ຂອບໃຈແຫຼ່ງຂ່າວຈາກ:devcrown
    ຂອບໃຈແຫຼ່ງຂ່າວຈາກ: Engadget

    ไม่มีความคิดเห็น:

    แสดงความคิดเห็น