ເບຣາເຊີ Chrome ຂອງ Google ເປັນເບຣາເຊີທີ່ຫຼາຍຄົນນິຍົມໃຊ້ ດ້ວຍຄວາມສາມາດດ້ານຄວາມໄວໃນການສະແດງຜົນ ແລະ ລູກຫຼິ້ນຫຼາຍໆຢ່າງທີ່ຄົບຖ້ວນ ແຕ່ວ່າຂໍ້ເສຍຂອງ Chrome ທີ່ເຮັດໃຫ້ຫຼາຍໆຄົນບໍ່ຢາກໃຊ້ກໍ່ຄື ການກິນແຣມ ແລະ ການໃຊ້ຊັບພະຍາກອນການເຮັດວຽກທີ່ສູງກວ່າເບຣາເຊີອື່ນຫຼາຍ.
ທີ່ຜ່ານມາ Google ໄດ້ພະຍາຍາມແກ້ໄຂການເຮັດວຽກຂອງ Chrome ໃຫ້ໃຊ້ງານແຣມໜ້ອຍລົງຕະຫຼອດ ແຕ່ມັນກະບໍ່ດີເທົ່າທີ່ຄວນ ແລະ ລ່າສຸດມີລາຍງານວ່າ Chrome ເວີຊັ່ນຕໍ່ໄປ (ເວີຊັ່ນ 55) ຈະມີການອັບເກຣດການເຮັດວຽກຂອງ JavaScript engine ທີ່ຈະຊ່ວຍຫຼຸດຂະໜາດໜ່ວຍຄວາມຈຳໃນການສະແດງຜົນໜ້າເວັບໄຊ້ ແລະ ຍັງຊ່ວຍຍົກສູງຄຸນະພາບໃນການສະແດງຜົນນຳ. ຈາກການທົດສອບ ທາງ Google ບອກວ່າການເປີດໜ້າເວັບໄຊ້ຢ່າງ Reddit ຫຼື YouTube ໃຊ້ແຣມໜ້ອຍລົງກວ່າເກົ່າເຖິງ 50% ຫາກສົມທຽບກັບ Chrome ເວີຊັ່ນປະຈຸບັນ (ເວີຊັ່ນ 53).
Chrome 55 ມີກຳນົດການຈະເປີດໃຫ້ດາວໂຫຼດໄດ້ໃນວັນທີ 6 ທັນວາ ຫຼື ໃຜທີ່ໄດ້ຮັບ Pre-release code ກໍ່ສາມາດໃຊ້ໂຄ້ດ ທີ່ໄດ້ເຂົ້າໄປດາວໂຫຼດເວີຊັ່ນທົດລອງມາໃຊ້ງານກ່ອນໄດ້ເລີຍ.
ຂອບໃຈແຫຼ່ງຂ່າວຈາກ:http://www.devcrown.com/
ຂອບໃຈແຫຼ່ງຂ່າວຈາກ: thaiware, www.engadget.com
ไม่มีความคิดเห็น:
แสดงความคิดเห็น