ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันศุกร์ที่ 7 ตุลาคม พ.ศ. 2559

    ຮູ້ຈັກກັບອຸປະກອນໃໝ່ Google WiFi ເຣົາເຕີ້ໄຮ້ສາຍຈາກ Google

    ນອກຈາກສະມາດໂຟນ Pixel ເຊິ່ງເປັນສິນຄ້າທີ່ເດັ່ນໃນງານຂອງ Google ທີ່ຜ່ານມາແລ້ວ Google ກໍ່ໄດ້ເປີດໂຕຜະລິດຕະພັນໃໝ່ອີກອັນທີ່ຊື່ວ່າ: “Google Wifi” ນຳ.
    ເຣົາເຕີ້ໂຕນີ້ມີຊື່ວ່າ: “Google WiFi” ເຊິ່ງເປັນເຣົາເຕີ້ທີ່ໜ້າຕາບໍ່ຄືເຣົາເຕີ້ເລີຍແຕ່ກໍ່ງາມ ແລະ ຮູ້ສຶກດີກວ່າ OnHub ເຣົາເຕີ້ລຸ່ນກ່ອນໜ້ານີ້ຫຼາຍ, Google WiFi ມາພ້ອມກັບລະບົບຈັດການເຄືອຂ່າຍລຸ່ນໃໝ່ທີ່ໃຊ້ງານງ່າຍ ແລະ ສັນຍານທີ່ສະຖຽນກວ່າເກົ່າ. ນອກຈາກນີ້ຍັງມີຊອບແວ ທີ່ເຮັດໃຫ້ເຮົາສາມາດເປີດ ຫຼື ປິດການເຊື່ອມຕໍ່ອຸປະກອນຕ່າງໆໄດ້ນຳອີກ ໃນກໍລະນີມີຫຼາຍອຸປະກອນ ແລ້ວຕ້ອງການຢາກປິດອຸປະກອນທີ່ບໍ່ຕ້ອງງການ.

    Google WiFi ສາມາດສັ່ງພຣີອໍເດີໄດ້ໃນເດືອນພະຈິກທີ່ຈະມາຮອດນີ້, ລາຄາເລີ່ມຕົ້ນຕໍ່ອັນທີ່ $129 ຫຼື ປະມານ 1,043,000 ກີບ ແລະ ມີແບບແພັກ 3 ໂຕທີ່ລາຄາ $299 ຫຼື ປະມານ 2,416,000 ກີບ.
    cover-google-wifi-2-1000x600

    ຂອບໃຈແຫຼ່ງຂ່າວຈາກ: beartai, Engadget

    ไม่มีความคิดเห็น:

    แสดงความคิดเห็น