Aututu ແອັບທີ່ຜູ້ໃຊ້ງານສະມາດໂຟນນິຍົມທົດສອບປະສິດທິພາບ ເປີດເຜີຍ 10 ອັນດັບສະມາດໂຟນທີ່ເຮັດຄະແນນໄດ້ສູງສຸດເມື່ອເດືອນກັນຍາທີ່ຜ່ານມາ, ອັນດັບ 1 ໄດ້ແກ່ iPhone 7 Plus ຄະແນນ 172,644, ຮອງລົງມາ iPhone 7 ຄະແນນ 170,124, ເຖິງແມ່ນວ່າສະເປັກດ້ານຮາດແວຈະຕໍ່າກວ່າອັນດັບ 3 ລົງໄປ ແຕ່ນີ້ເປັນສິ່ງທີ່ພິສູດວ່າລະບົບປະຕິບັດການ iOS ມີສ່ວນຊ່ວຍໃນການເພີ່ມປະສິດທິພາບໃຫ້ກັບສະມາດໂຟນ.
ອັນດັບ 3 ໄດ້ແກ່ LeEco Le Pro 3 ຄະແນນ 160,856, ອັນດັບ 4 ແລະ 5 ເປັນຂອງສະມາດໂຟນລຸ່ນໃໝ່ຂອງ Xiaomi ຄື: Mi 5s Plus ກັບ Mi 5s ຕາມລຳດັບ, ສ່ວນ Samsung Galaxy Note 7 ມາເປັນລຳດັບ 8 ຖັດຈາກ Vivo Xplay 5. ຕາມຮູບເລີຍ.
ຂອບໃຈແຫຼ່ງຂ່າວຈາກ: Gizmochina, devcrown
ไม่มีความคิดเห็น:
แสดงความคิดเห็น