ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพฤหัสบดีที่ 20 ตุลาคม พ.ศ. 2559

    ໜັງ Jurassic World 2 ປ່ຽນທິດທາງໃໝ່ ເນັ້ນປະເດັນທຳຮ້າຍສັດ

    ເຫຼືອເວລາເກືອບອີກ 2 ປີ ທີ່ໜັງພາກຕໍ່ຢ່າງ Jurassic World 2 ກໍ່ຈະກັບມາທວງຄວາມຍິ່ງໃຫຍ່ ພ້ອມກັບເລື່ອງທີ່ໜ້າສົນໃຈ ແລະ ເຂັ້ມຂຸ້ນກວ່າເກົ່າ. ເຖິງແມ່ນວ່າຍັງບໍ່ໄດ້ມີການເປີດເຜີຍເລື່ອງຫຍໍ້ແບບເຕັມໆ ແຕ່ກໍ່ມີການເປີດເຜີຍອອກມາແລ້ວວ່າ ເນື້ອເລື່ອງຫຼັກຈະເວົ້າເຖິງ “ການທາຮຸນ ຫຼື ທຳຮ້າຍສັດຈາກຝີມືຂອງມະນຸດ”, ຕາມການໃຫ້ສຳຜາດຂອງຜູ້ກຳກັບ Colin Trevorrow. 
    1-jurassic-world-2
    “ບັນດາໄດໂນເສົາຈະເປັນພາບສະທ້ອນຂອງການຖືກທຳຮ້າຍທີ່ສັດໄດ້ຮັບທຸກມື້ນີ້ ບໍ່ວ່າຈະເປັນການທາຮຸນ, ການທົດລອງທາງການແພດ, ການເປັນສັດລ້ຽງ, ການກັກຂັງພວກມັນໄວ້ໃນສວນສັດປານກັບຄຸກ, ການທີ່ໃຊ້ພວກມັນເປັນກອງທັບອາວຸດ ເປັນຕົ້ນ.”
    Universal Pictures ວາງກຳນົດການເຂົ້າສາຍໜັງ Jurassic World 2 ເອົາໄວ້ວັນທີ 22 ມິຖຸນາ 2018 ຕາມກຳນົດໃນອາເມຣິກາ ໂດຍໄດ້ສອງນັກສະແດງນຳຢ່າງ Chris Pratt ແລະ Bryce Dallas Howard ກັບມາເຮັດໜ້າທີ່ເດີມ.
    2-jurassic-world-24-jurassic-world-chris-pratt-and-bryce-dallas-howard3-jurassic-world-2

    ຂອບໃຈແຫຼ່ງຂ່າວຈາກ: devcrown

    ไม่มีความคิดเห็น:

    แสดงความคิดเห็น