ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพฤหัสบดีที่ 20 ตุลาคม พ.ศ. 2559

    ເກມ Super Mario Run ເທິງ ios ມີຄົນຖ້າຫຼິ້ນຫຼາຍກວ່າ 20 ລ້ານຄົນ

    ຫຼັງຈາກທີ່ມີການເຊີໄພຣສ໌ໃຫ້ກັບຄົນທົ່ວໂລກໃນການກຽມເປີດໂຕ Super Mario Run ເຊິ່ງເປັນເກມມາຣິໂອເທິງມືຖືເກມທຳອິດຢ່າງເປັນທາງການໃນງານເປີດໂຕ iphone 7 ທີ່ຜ່ານມາ. ນອກຈາກຈະເຮັດໃຫ້ວົງການເກມມືຖືສັ່ນສະເທືອນແລ້ວ ຍັງເຮັດໃຫ້ຫຸ້ນຂອງ Nintendo ສູງຂຶ້ນທັນທີ.
    ໂດຍລ່າສຸດຈາກ twitter ຂອງ Dr. Serkan Toto ເຊິ່ງລາວເປັນ CEO ຂອງ Tokyo-based game industry ໄດ້ອອກມາບອກໃຫ້ເຮົາຮູ້ກັນວ່າ Super Mario ທີ່ຈະມາເປັນເກມເທິງສະມາດໂຟນນັ້ນ ຈະໄດ້ຮັບຄວາມນິຍົມຢ່າງສູງ ເຊິ່ງມັນໄດ້ຮັບການພິສູດແລ້ວຈາກຂໍ້ມູນຂອງ Tim Cook ທີ່ໄດ້ບອກກັບ Buzzfeed Japan ວ່າໃນຕອນນີ້ມີຜູ້ກົດແຈັງເຕືອນ notifications ເທິງ app store ເພື່ອຖ້າໂຫຼດເກມ Super Mario Run ກວ່າ 20 ລ້ານຄົນ ເຊິ່ງຖືວ່າເປັນຍອດທີ່ສູງຫຼາຍສຳລັບເກມໃໝ່ ເຊິ່ງກ່ອນໜ້ານີ້ນັກວິເຄາະໄດ້ທຳນາຍວ່າ Mario Run ຈະມີຍອດຄົນຫຼິ້ນແຊງໜ້າ Pokemon GO.

    ເກມ Super Mario Run ຈະເປີດໃຫ້ຫຼິ້ນໃນເດືອນທັນວາ 2016 ເທິງ ios ກ່ອນ ແລະ ຈະເປີດສຳລັບ android ໃນປີ 2017.

    ຂອບໃຈແຫຼ່ງຂ່າວຈາກ: devcrown
    ຂອບໃຈແຫຼ່ງຂ່າວຈາກ: mynintendonews

    ไม่มีความคิดเห็น:

    แสดงความคิดเห็น