ທາງ Facebook ແລະ Google ກ່ອນໜ້ານີ້ກໍ່ມີຄວາມສົນໃຈທີ່ຈະເຂົ້າຊື້ Viv ເມື່ອຕອນຕົ້ນປີ ແຕ່ບໍ່ມີການເຈລະຈາໃດໆເກີດຂຶ້ນ. Jacopo Lenzi ຮອງປະທານອາວຸໂສຂອງຊຳຊຸງໄດ້ກ່າວວ່າ: Viv ຈະເຮັດໃຫ້ການເຕີບໂຕຂອງ Samsung ແຂງແກ່ນຂຶ້ນ ແລະ ເປັນຕາໜ້າສົນໃຈ ເພາະທາງ Google ຫາກະເປີດໂຕ Pixel ທີ່ມາພ້ອມກັບລະບົບ Google Assistant AI ທີ່ໃຊ້ໄດ້ສະເພາະເທິງ Pixel ເທົ່ານັ້ນ, ເຊິ່ງການທີ່ Samsung ມີ Viv ຈະເຮັດໃຫ້ແອັນດຣອຍໂຟນຂອງຊຳຊຸງ ບໍ່ເສຍປຽບໃນດ້ານນີ້.
ທັງນີ້ Viv ຍັງບໍ່ໄດ້ມີການເປີດໂຕທາງການ ແຕ່ເຮົາສາມາດເບິ່ງວີດີໂອຄວາມສະຫຼາດຂອງ Viv ໄດ້ຈາກວີດີໂອດ້ານລຸ່ມເລີຍ. ເຊື່ອໄດ້ເລີຍວ່າເຮົາຈະໄດ້ເຫັນມັນໃນ Galaxy S8 ຫຼື Note 8 ຢ່າງແນ່ນອນ.
ຂອບໃຈແຫຼ່ງຂ່າວຈາກ: 9to5mac.com
ไม่มีความคิดเห็น:
แสดงความคิดเห็น