ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันศุกร์ที่ 7 ตุลาคม พ.ศ. 2559

    5 ເລື່ອງແທ້ຈາກໜັງ “Deepwater Horizon” ເຫດການຫາຍະນະທີ່ໂລກບໍ່ລືມ

    ເປີດເລື່ອງແທ້ຈາກເບື້ອງຫຼັງ Deepwater Horizon ໜັງທີ່ສ້າງມາຈາກເຫດການແທ່ງຂຸດເຈາະນໍ້າມັນ ລະເບີດເມື່ອປີ 2010 ທີ່ຮຸນແຮງທີ່ສຸດໃນປະຫວັດສາດຂອງອາເມຣິກາ.

    ເຫດການແທ່ງຂຸດເຈາະນໍ້າມັນ Deepwater Horizon ລະເບີດໃນອ່າວເມັກຊິກໂກເມື່ອວັນທີ 20 ເມສາ 2010, ຖືກມາສ້າງເປັນໜັງ ທີ່ກຳລັງໄດ້ຮັບຄວາມນິຍົມປະຈຸບັນນີ້. ເຊິ່ງເຫດການໃນໜັງຈະສາມາດຖ່າຍທອດອອກມາໄດ້ໜ້າຂົນລຸກແລ້ວ ແລະ ແນ່ນອນວ່າເຫດການແທ້ກໍ່ບໍ່ແຕກຕ່າງກັນຫຼາຍ. ດັ່ງນັ້ນທາງ DevCrown.com ຈຶ່ງໄດ້ລວບລວມຂໍ້ມູນຈາກເວັບໄຊ້ International Business Times ແລະ IMDb ມາເປັນ 5 ເລື່ອງແທ້ຈາກໜັງ “Deepwater Horizon”.
    1-deepwater-horizon2-deepwater-horizon

    1ວາມເຫັນຈາກຄົນໃນເຫດການແທ້

    ຄົນງານຈຳນວນຫຼາຍທີ່ແທ່ງຂຸດເຈາະໃນອ່າວເມັກຊິໂກ ຕໍ່ຕ້ານການສ້າງໜັງ Deepwater Horizon ເພາະເຫັນວ່າເປັນການບໍ່ໃຫ້ກຽດຕໍ່ຜູ້ເສຍຊີວິດ, ແຕ່ເຖິງຢ່າງໃດກໍ່ຕາມ Mike Williams ເປັນຄົນທີ່ລອດມາຈາກເຫດການນີ້ ກໍ່ເປັນຄົນໜຶ່ງໃນຫຼາຍໆຄົນທີ່ອອກມາສະໜັບສະໜູນ ເພາະມັນເປັນທາງທີ່ດີທີ່ສຸດ ທີ່ຈະຖ່າຍທອດໃຫ້ເຫັນວ່າຄົນງານເຫຼົ່ານີ້ຕ້ອງພົບກັບຫຍັງແດ່.

    2ຜູ້ສູນເສຍໃນເຫດການແທ້

    ໃນຊ່ວງເກີດເຫດການແທ່ງຂຸດເຈາະລະເບີດ Deepwater Horizon ມີຄົນງານ 126 ຄົນຢູ່ເທິງນັ້ນ ເຊິ່ງໜ້າເສົ້າໃຈທີ່ມີຄົນເສຍຊີວິດ 11 ຄົນ ແລະ ບາດເຈັບ 17 ຄົນ.

    3ນົກຜູ້ເຄາະຮ້າຍ

    ເຫດການນີ້ສົ່ງຜົນຕໍ່ກັບບັນດາສັດນຳອີກ ແລະ ທີ່ໄດ້ຮັບຄວາມຮຸນແຮງກວ່າໝູ່ແມ່ນ “ນົກ” ໂດຍລາຍງານຈາກ Oceana ເຊິ່ງເປັນອົງການດ້ານການອະນຸລັກມະຫາສະໝຸດໄດ້ລະບຸວ່າ: ປະຊາກອນນົກປະມານ 600,000- 800,000 ໂຕ ຕ້ອງຈົບຊີວິດຈາກເຫດການນັ້ນ.

    4ຜົນກະທົບທີ່ຍາວນານ

    ໃນເດືອນກັນຍາ 2015 ຍັງມີການຄົ້ນພົບຄາບນໍ້າມັນບໍລິເວນຊາຍຝັ່ງທະເລຫຼຸຍເຊຍນາ ເຊິ່ງສຳນັກຂ່າວ CBS News ຢືນຢັນວ່າ: ຄາບນໍ້າມັນດັ່ງກ່າວມາຈາກ ບໍ່ກ້ອງແທ່ງຂຸດເຈາະ Deepwater Horizon ເຖິງແມ່ນວ່າເວລາຈະຜ່ານໄປ 5 ປີແລ້ວກໍ່ຕາມ.

    5ຫາຍະນະທີ່ສ້າງກຳໄລ

    ບໍລິສັດ Transocean ເຊິ່ງເປັນເຈົ້າຂອງ ແລະ ໃຫ້ເຊົ່າແທ່ນຂຸດເຈາະ Deepwater Horizon ໄດ້ຮັບເງິນປະກັນຄວາມເສຍຫາຍເປັນຈຳນວນກວ່າ 270 ລ້ານໂດລ່າ ເຊິ່ງຫຼາຍກວ່າມູນຄ່າຂອງແທ່ງຂຸດເຈາະອີກ.
    ມາຮ່ວມພິສູດຄວາມກ້າຫານ, ຄວາມເສຍສະຫຼະ ແລະ ການເອົາໂຕລອດໄດ້ໃນໜັງທີ່ສ້າງຈາກເລື່ອງແທ້ Deepwater Horizon ທີ່ເລີ່ມເຂົ້າສາຍໃນບ້ານເຮົາແລ້ວ ຮັບປະກັນຄວາມມ່ວນຈາກນັກສະແດງລະດັບແຖວໜ້າ ແລະ ທີມງານຜູ້ສາງລະດັບຄຸນະພາບ.

    ມາຮັບຊົມຕົວຢ່າງໜັງ Deepwater Horizon ໄດ້ເລີຍ.
    final-1-deepwater-horizon-jpgfinal-3-deepwater-horizon-jpg
     ຂອບໃຈແຫຼ່ງຂ່າວຈາກ:devcrown
    ຂອບໃຈແຫຼ່ງຂ່າວຈາກ: kapook

    ไม่มีความคิดเห็น:

    แสดงความคิดเห็น