ຫຼັງຈາກທີ່ຜົນການເລືອກຕັ້ງປະທານາທິບໍດີອາເມຣິກາມີຄະແນນຂອງ Donald Trump ນຳ (ຂ່າວກ່ອນທີ່ Donald Trump ຈະຊະນະການເລືອກຕັ້ງບໍ່ພໍເທົ່າໃດຊົ່ວໂມງ) ຈົນເຮັດໃຫ້ຊາວອາເມຣິກາບາງຄົນຮັບບໍ່ໄດ້ ເຖິງຂັ້ນເປີດເວັບໄຊ້ Canada’s informational website ຫຼື ສຳນັກງານກວດຄົນເຂົ້າເມືອງປະເທດການາດາ ເພື່ອເບິ່ງລາຍລະອຽດການຍ້າຍສັນຊາດເປັນຈຳນວນຫຼາຍ ຈົນເວັບໄຊ້ດັ່ງກ່າວຫຼົ່ມໄປໃນທີ່ສຸດ.

ນອກຈາກນີ້ສຳນັກຂ່າວ The Telegraph ໄດ້ສຳຫຼວດຄຳຄົ້ນຫາທີ່ວ່າ “emigrate” (ອົບພະຍົກ) ສູງເປັນປະຫວັດສາດເລີຍ.
ຖືວ່າເປັນເຫດການແປກປະຫຼາດຫຼາຍທີ່ສຸດ ເທົ່າທີ່ມີການເລືອກຕັ້ງປະທານາທິບໍດີອາເມຣິກາເລີຍ, ຄຳຖາມກໍ່ມີຢູ່ວ່າ ຖ້າເຈົ້າຢູ່ໃນອາເມຣິກາແລ້ວຕ້ອງເລືອກຕັ້ງ ຜົນອອກມາແບບນີ້ເຈົ້າຈະຍ້າຍປະເທດຕາມຂ່າວນີ້ ຫຼື ບໍ່?

ຂອບໃຈແຫຼ່ງຂ່າວຈາກ:devcrown
ไม่มีความคิดเห็น:
แสดงความคิดเห็น