ທ່ານ ໂດນັລດ໌ ທຣັມ ໂຕແທນຈາກພັກຣີພັບຮີກັນ ໄດ້ຮັບໄຊຊະນະເໜືອ ທ່ານນາງ ຮິລລາຣີ ຄລິນຕັນ ໂຕແທນຈາກພັກເດໂມແຄຣຕໄປຢ່າງສູສີ ໃນການເລືອກຕັ້ງປະທານາທິບໍດີ ທີ່ມີຂຶ້ນເມື່ອວັນທີ 8 ພະຈິກທີ່ຜ່ານມາ ເຮັດໃຫ້ທ່ານ ໂດນັລດ໌ ທຣັມ ໄດ້ເປັນປະທານາທິບໍດີຄົນທີ 45 ຂອງອາເມຣິກາ.

CNN ລາຍງານວ່າ ທ່ານນາງ ຄລິນຕັນ ໄດ້ຕໍ່ສາຍໂທຫາ ທ່ານ ໂດນັລດ໌ ທຣັມ ຍອມຮັບຄວາມຜ່າຍແພ້ໃນການເລືອກຕັ້ງປະທານາທິບໍດີອາເມຣິກາໃນເທື່ອນີ້ແລ້ວ.
ຫຼັງຈາກໄດ້ຮັບໄຊຊະນະ ທ່ານ ໂດນັລດ໌ ທຣັມ ໄດ້ຂຶ້ນປາໄສທີ່ເວທີທີ່ ໂຮງແຮມນິວຢອກ ຮິລຕັນ ມິດທາວ ໃນນະຄອນນິວຢອກ, ອາເມຣິກາ ເມື່ອວັນທີ 9 ພະຈິກ ໂດຍ ໂດນັລດ໌ ທຣັມ ໄດ້ຍົກຍ່ອງ ທ່ານນາງ ຄລິນຕັນ ພ້ອມກ່າວວ່າ: ອາເມຣິກາຂອບໃຈທີ່ ທ່ານນາງ ຄລິນຕັນ ທີ່ໄດ້ເຮັດວຽກໜັກມາຕະຫຼອດ ພ້ອມທັງປະກາດວ່າ ຕົນເອງຈະຂໍເປັນປະທານາທິບໍດີ ສຳລັບຊາວອາເມຣິກາໝົດທຸກຄົນ.

ຂອບໃຈແຫຼ່ງຂ່າວຈາກ:devcrown
ຂອບໃຈແຫຼ່ງຂ່າວຈາກ: CNN
ไม่มีความคิดเห็น:
แสดงความคิดเห็น