ທ່ານນາງ Hillary Clinton ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສັງກັດພັກ De- mocrat ໄດ້ເອີ້ນການລົງຄະແນນສຽງ ໃນວັນອັງຄານມື້ນີ້ວ່າ “ແມ່ນການພິສູດໃນຍຸກ ສະໄໝຂອງພວກເຮົາ” ໃນຂະນະທີ່ຄູ່ແຂ່ງຂອງທ່ານນາງ ທ່ານ Donald Trump ທີ່ ສັງກັດພັກ Republican ໄດ້ປະກາດໄປວ່າ “ມື້ນີ້ເປັນວັນເອກກະລາດຂອງພວກເຮົາ.”
ນັກຮ້ອງ Jon Bon Jovi ຍິນດີຕ້ອນຮັບສຽງຕົບມື ໃນການໂຄສະນາຫາສຽງໃຫ້ທ່ານນາງ Hillary Clinton ໃນນະຄອນ Philadelphia, 7 ພະຈິກ, 2016.
ຜູ້ສະໝັກທັງສອງ ຕ່າງກໍໄດ້ຖະແຫຼງຄວາມຄິດເຫັນຂອງພວກທ່ານ ໃນເຊົ້າວັນອັງຄານມື້ນີ້ ໃນມື້ສຸດທ້າຍ ຂອງການໂຄສະນາຫາສຽງ ທີ່ຍືດເຍື້ອເລີຍຜ່ານທ່ຽງຄືນໄປ.
ການໂຄສະນາຫາສຽງ ຊຶ່ງທ່ານນາງ Clinton ມີຂຶ້ນໃນລັດ Carolina ເໜືອ ແລະທ່ານ Trump ທີ່ນລັດ Michigan ນັ້ນ ຍັງດຳເນີນສືບຕໍ່ໄປ ໃນຂະນະທີ່ຜົນການປ່ອນບັດ
ຢູ່ບ່ອນປ່ອນບັດແຫ່ງທຳອິດ ໃນມື້ເລືອກຕັ້ງ ໄດ້ເປັນທີ່ຮູ້ຈັກ ກັນ. ທ່ານນາງ Clinton
ໄດ້ຮັບຄະແນນສຽງຫຼາຍທີ່ສຸດ ໃນເມືອງ Dixville Notch ຊຶ່ງເປັນເມືອງນ້ອຍໆ ໃນລັດ New Hampshire ໂດຍຊະນະທ່ານ Trump ດ້ວຍຄະແນນສຽງ 4 ຕໍ່ 2.

ຊົມວີດີໂອ: ທ່ານໂອບາມາ ກ່າວວ່າ 'ມັນມີຫຼາຍຢ່າງເປັນບ້າປ່ວງ' ໃນການເລືອກຕັ້ງ
ຜົນການນັບຄະແນນສຽງຢູ່ລັດ New Hampshire ແລະອີກ 49 ລັດ ຂອງສະຫະລັດ ແລະ ນະຄອນຫຼວງວໍຊີງຕັນ ຈະບໍ່ປະກາດໃຫ້ຊາບ ຈົນກວ່າວ່າການປ່ອນບັດຢູ່ໃນແຕ່ລະລັດ ໄດ້ປິດລົງ. ພາຍໃນເວລາ 8 ໂມງແລງ ຕາມເວລາທ້ອງຖິ່ນຂອງເຂດນະຄອນຫຼວງວໍຊີງຕັນ ໜ່ວຍປ່ອນບັດຕ່າງໆຈະໄດ້ປິດລົງ ຊຶ່ງຮວມມີເຂດພາກຕາເວັນອອກແລະພາກກາງຂອງປະເທດ ຊຶ່ງເປັນກຸ່ມຂອງຫຼາຍໆລັດ ຊຶ່ງປະກອບເປັນຫຼາຍກວ່າເຄິ່ງຄະແນນສຽງຜູ້ແທນລັດຫຼື electoral vote ຈຳນວນທັງໝົດ 538 ຄະແນນ.
ທ່ານນາງ Clinton ໄດ້ຖະແຫຼງດ້ວຍນ້ຳສຽງ ເພື່ອຄວາມປຸ້ມລຸມສາມັກຄີກັນ ໃນການກ່າວຄຳປາໄສສຸດທ້າຍ ທີ່ລັດ Carolina ເໜືອ ໂດຍກ່າວຕໍ່ພວກທີ່ສະໜັບສະໜຸນວ່າ ທ່ານນາງຢາກເປັນປະທານາທິບໍດີ ຂອງທັງພວກທີ່ປ່ອນບັດເລືອກເອົາທ່ານນາງ ແລະພວກທີ່ບໍ່ໄດ້ປ່ອນບັດເອົາທ່ານນາງກໍຕາມ.
ຊົມວີດີໂອຈາກນັກຂ່າວຂອງ VOA - Jim Malone:
“ຫຼາຍປີຕໍ່ໜ້າຈາກມື້ນີ້, ເມື່ອພວກລູກໆ ແລະຫຼານຂອງພວກທ່ານຖາມວ່າ ພວກທ່ານ
ໄດ້ເຮັດຫຍັງລົງໄປໃນປີ 2016 ເວລາທີ່ທຸກສິ່ງຢ່າງ ແມ່ນຢູ່ໃນຄວາມສ່ຽງທີ່ ຈະເປັນອັນຕະລາຍ ພວກທ່ານຈະສາມາດບອກກັບພວກລູກຫຼານຂອງທ່ານວ່າ ທ່ານໄດ້ລົງ
ຄະແນນສຽງເອົາຜູ້ທີ່ແຂງແຮງກວ່າ ຜູ້ທີ່ມີຄວາມທ່ຽງທຳກວ່າ ເຮັດໃຫ້ອາເມຣິກາດີ
ກວ່າ” ຊຶ່ງນັ້ນແມ່ນຄຳກ່າວຂອງທ່ານນາງ ແລະທ່ານນາງຍັງໄດ້ກ່າວ ຕື່ມອີກວ່າ
“ອາເມຣິກາ ບ່ອນທີ່ພວກເຮົາກຳລັງສ້າງຂົວ ບໍ່ແມ່ນສ້າງກຳແພງ ແລະເປັນບ່ອນ
ທີ່ພວກເຮົາພິສູດໃຫ້ເຫັນວ່າ ແມ່ນຮວມກັນເຂົ້າທັງໝົດໃນອັນທີ່ ຮັກໃນສິ່ງທີ່ທ່ານ Trump ກຽດຊັງ.”

ພວກທີ່ສະໜັບສະໜຸນພັກ Republican ຮັບຟັງຄຳປາໄສຂອງທ່ານ Donald Trump ໃນ ວິທະຍາໄລ Lackawanna ທີ່ນະຄອນຫຼວງ Scranton, ລັດ Pennsylvania, 7 ພະຈິກ, 2016.
ທ່ານ Trump ກ່າວຕໍ່ພວກທີ່ສະໜັບສະໜຸນທ່ານ ໃນລັດ Michigan ວ່າ ໄຊຊະນະຂອງທ່ານຈະສາມາດນຳມາ ຊຶ່ງ “ການປ່ຽນແປງທີ່ແທ້ຈິງ” ໃນປະເທດ ແລະອະນຸຍາດໃຫ້ພວກ
ຊົນຊັ້ນແຮງງານ “ຕ້ານຄືນ” ໃນອັນທີ່ທ່ານເອີ້ນວ່າ ການສໍ້ລາດບັງຫຼວງຂອງພວກນັກການເມືອງ ແລະເຫັນຜົນປະໂຫຍດພິເສດ ທີ່ໄດ້ປົກຄອງປະເທດນັ້ນ.
ຊົນຊັ້ນແຮງງານ “ຕ້ານຄືນ” ໃນອັນທີ່ທ່ານເອີ້ນວ່າ ການສໍ້ລາດບັງຫຼວງຂອງພວກນັກການເມືອງ ແລະເຫັນຜົນປະໂຫຍດພິເສດ ທີ່ໄດ້ປົກຄອງປະເທດນັ້ນ.
ທ່ານ Trump ໄດ້ກ່າວວ່າ “ເພາສະນັ້ນ ສິ່ງທຳອິດ ທີ່ພວກເຮົາຄວນຈະເຮັດນັ້ນແມ່ນ ກຳຈັດທ່ານນາງ Hillary okay ບໍ?” ຊຶ່ງທ່ານກ່າວວ່າ “ນັ້ນຈະເປັນບາດກ້າວທຳອິດ.”
ເຊີນຊົມສີດີໂອ: ທ່ານ Trump ກ່າວຕໍ່ພວກທີ່ລົງຄະແນນສຽງວ່າ 'ຄວາມທ່ຽງທຳນັ້ນ ແມ່ນມາຮອດມາເຖິງແລ້ວ'
ຂອບໃຈຂ່າວຈາກ:http://lao.voanews.com/
ไม่มีความคิดเห็น:
แสดงความคิดเห็น