ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพุธที่ 1 กุมภาพันธ์ พ.ศ. 2560

    ທຣັມໄລ່ອອກລັດຖະມົນຕີ ກະຊວງຍຸດຕິທຳ ຫຼັງຂັດຂວາງ “ຫ້າມມຸສລິມ 7 ຊາດເຂົ້າປະເທດ”

    ສຳນັກຂ່າວຕ່າງປະເທດລາຍງານຈາກກຸງວໍຊິງຕັນ ປະເທດອາເມຣິກາເມື່ອວັນທີ 30 ມັງກອນວ່າ ທຳນຽບຂາວອອກຖະແຫຼງການ ວ່າປະທານາທິບໍດີ ໂດນັລດ໌ ທຣັມ ມີຄຳສັ່ງໃຫ້ປົດ ນາງ ແຊລລີ ເຢຕສ໌ ອອກຈາກຕຳແໜ່ງຮັກສາການແທນລັດຖະມົນຕີ ກະຊວງຍຸດຕິທຳ ແລະ ແຕ່ງຕັ້ງ ດານາ ໂບເອັນຕາ ໄອຍະການເຂດຕາເວັນອອກ ຂອງລັດເວີຈີເນຍ ໃຫ້ປະຕິບັດໜ້າທີ່ຮັກສາການໃນຕຳແໜ່ງດັ່ງກ່າວໄປກ່ອນ.
    ຄວາມເຄື່ອນໄຫວດັ່ງກ່າວຂອງຜູ້ນຳອາເມຣິກາມີຂຶ້ນ ຫຼັງຈາກທີ່ເຢຕສ໌ໄວ 56 ປີ ພະນັກງານລັດອາວຸໂສ ທີ່ໄດ້ຫາກໍ່ປະຕິບັດໜ້າທີ່ຮັກສາການໃນຕຳແໜ່ງ ລັດຖະມົນຕີກະຊວງຍຸດຕິທຳໄດ້ພຽງ 10 ມື້ເທົ່ານັ້ນ ສົ່ງໜັງສືສະເໜີພາຍໃນກະຊວງ ລະບຸເຖິງ “ຄວາມສົງໄສ” ຕໍ່ຄວາມເປັນທຳດ້ານກົດໝາຍ ຂອງການທີ່ທຣັມໃຊ້ອຳນາດພິເສດ ໃນການລະງັບຊົ່ວຄາວການອອກວີຊ່າ ເປັນເວລາ 90 ມື້ ຕໍ່ພົນລະເມືອງ 7 ປະເທດຈາກ ອີຫຼ່ານ, ອີຣັກ, ລີເບຍ, ຊີເຣຍ, ເຢເມນ, ໂຊມາເລຍ ແລະ ຊູດານ ລວມທັງການລະງັບນະໂຍບາຍ ຕັ້ງຖິ່ນຖານຖາວອນໃຫ້ແກ່ຜູ້ລີ້ໄພ 120 ມື້ ແລະ ປະຕິເສດຊາວຊີເຣຍ “ຢ່າງບໍ່ມີກຳນົດ” ໂດຍເຢຕສ໌ກ່າວນຳວ່າ ໃນຂະນະທີ່ນາງດຳລົງຕຳແໜ່ງຮັກສາການໄອຍະການສູງສຸດ ກະຊວງຍຸດຕິທຳຈະບໍ່ແກ້ໜ້າໃຫ້ ຫາກມີການຮ້ອງຮຽນສານພິຈາລະນາ ອຳນາດສູງສຸດຂອງປະທານາທິບໍດີໃນເລື່ອງນີ້.
    ຂອບໃຈແຫຼ່ງຂ່າວຈາກ:  devcrown

    ไม่มีความคิดเห็น:

    แสดงความคิดเห็น