
ສຳນັກຂ່າວເອເອັຟພີ ລາຍງານເມື່ອວັນທີ 30 ມັງກອນວ່າ ມາຊາຢະ ນາກາມູຣະ ເຈົ້າພໍ່ແຫ່ງວົງການວີດີໂອເກມຍີ່ປຸ່ນ ທີ່ຮູ້ຈັກກັນໃນສາຍາ “ບິດາແຫ່ງ Pac-Man” ເກມຍອດຮິດໃນຕຳນານ ໄດ້ເສຍຊີວິດລົງແລ້ວດ້ວຍໄວ 91 ປີ.
ໂດຍບໍລິສັດ ບັນໄດ ນຳໂກະ ໂຮລດິ້ງສ໌ ຖະແຫຼງການວ່າ ນາກາມູຣະ ເຊິ່ງດຳລົງຕຳແໜ່ງທີ່ປຶກສາ ລະດັບສູງຂອງບໍລິສັດ ໄດ້ເສຍຊີວິດລົງຕັ້ງແຕ່ວັນທີ 22 ມັງກອນທີ່ຜ່ານມາ ແຕ່ບໍ່ໄດ້ເປີດເຜີຍເຖິງລາຍລະອຽດຂອງການເສຍຊີວິດແຕ່ຢ່າງໃດ.
ທັງນີ້ ເກມ Pac-Man ເລີ່ມວາງຂາຍໃນປີ ຄ.ສ 1980 ແລະ ໄດ້ຮັບຄວາມນິຍົມຢ່າງສູງ ໃນປະເທດຍີ່ປຸ່ນ ແລະ ທົ່ວໂລກ ທັງນີ້ຍັງໄດ້ບັນທຶກສະຖິຕິໂລກຈາກ Guinness Book of World Record ໃຫ້ເປັນເກມຕູ້ຢອດຫຼຽນ ທີ່ປະສົບຄວາມສຳເລັດສູງທີ່ສຸດໃນໂລກ ໃນເວລານັ້ນ.
ນາກາມູຣະ ກໍ່ຕັ້ງບໍລິສັດນຳໂກະຂຶ້ນ ເມື່ອປີ 1955 ແລະ ຂຶ້ນຮັບຕຳແໜ່ງທີ່ປຶກສາລະດັບສູງ ຂອງບໍລິສັດ ບັນໄດ ນຳໂກະ ໂຮລດິ້ງສ໌ ທີ່ຕັ້ງຂຶ້ນເມື່ອປີ 2005 ຫຼັງການຮ່ວມກິດຈະການຂອງນຳໂກະ ແລະ ບັນໄດ
ຂອບໃຈແຫຼ່ງຂ່າວຈາກ: devcrown
ไม่มีความคิดเห็น:
แสดงความคิดเห็น