ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันจันทร์ที่ 30 มกราคม พ.ศ. 2560

    “ອ້າຍ ມາກ ຊັກເກີເບີກ” ປະຕິເສດຂ່າວກຽມຫຼິ້ນການເມືອງ ແລະ ລົງສະໝັກເປັນປະທານາທິບໍດີ

    ผลการค้นหารูปภาพสำหรับ mark zuckerberg
    ສຳນັກຂ່າວຕ່າງປະເທດລາຍງານຈາກ ນະຄອນລອສແອັນເຈລິສ ປະເທດອາເມຣິກາ ເມື່ອວັນທີ 25 ມັງກອນວ່າ ມາກ ຊັກເກີເບີກ CEO ຂອງທາງເຟສບຸກ ໃຫ້ສຳພາດກັບເວັບໄຊ້ Buzzfeed.com ເມື່ອວັນອັງຄານທີ່ຜ່ານມາ ປະຕິເສດກະແສຂ່າວວ່າ ລາວມີແຜນການເຂົ້າສູ່ເສັ້ນທາງການເມືອງໃນອາເມຣິກາ ແລະ ອາດລົງສະໝັກຊິງຕຳແໜ່ງປະທານາທິບໍດີອາເມຣິກາ ໃນປີ 2020.
    ອ້າຍມາກ ໃນໄວອາຍຸ 32 ປີ ກ່າວວ່າພາລະກິດທີ່ສຳຄັນທີ່ສຸດຂອງລາວ ແມ່ນການພັດທະນາປະສິດທິພາບ ໃນການໃຫ້ບໍລິການຂອງເຟສບຸກ ເຊິ່ງລວມທັງການເລັ່ງກຳຈັດເພຈ໌ ແລະ ລິງກ໌ເຜີຍແຜ່ຂ່າວປອມ ທີ່ກຳລັງສ້າງບັນຫາໃຫ້ກັບທາງເຟສບຸກ.
    Capture
    ທັງນີ້ ຈຸດກຳເນີດຂອງກະແສຂ່າວໃນເລື່ອງດັ່ງກ່າວ ມາຈາກການທີ່ອ້າຍມາກ ກ່າວເຖິງແຜນການປະຈຳປີນີ້ ຄືການໄປພົບກັບປະຊາຊົນທົ່ວ 50 ລັດຂອງອາເມຣິກາ ເພື່ອສອບຖາມຄວາມເປັນຢູ່ຂອງປະຊາຊົນທົ່ວພື້ນທີ່.

    ຂອບໃຈແຫຼ່ງຂ່າວຈາກ: devcrown

    ไม่มีความคิดเห็น:

    แสดงความคิดเห็น