ກ່ອນໜ້ານີ້ມີລາຍງານວ່າສາວົກ Nokia ໃນປະເທດຈີນລົງທະບຽນສະແດງຄວາມສົນໃຈ Nokia 6 ເຖິງ 250,000 ຄົນ ໃນເວລາພຽງ 24 ຊົ່ວໂມງ ແລະ ລ່າສຸດໂຕເລກໄດ້ພຸ່ງສູງຂຶ້ນໄປອີກ ໂດຍມີລູກຄ້າສະແດງສົນໃຈຫຼາຍກວ່າ 420,000 ຄົນ ໃນເວລາພຽງ 2 ມື້ ໃນຂະນະທີ່ຮ້ານຄ້າອອນໄລນ໌ JD.com ເຊິ່ງເປັນຮ້ານດຽວທີ່ໄດ້ສິດທິພິເສດໃນການຂາຍ Nokia 6 ທີ່ຈະເລີ່ມເປີດໃຫ້ລູກຄ້າ ເຮັດການສັ່ງຊື້ໃນວັນທີ 19 ມັງກອນນີ້ ຈຶ່ງມີຄວາມເປັນໄປໄດ້ວ່າ ຈຳນວນລູກຄ້າທີ່ລົງທະບຽນສະແດງຄວາມສົນໃຈ Nokia 6 ອາດພຸ່ງສູງເຖິງ 1 ລ້ານຄົນ ຈາກຊ່ວງເວລາທີ່ເຫຼືອອີກ 5 – 6 ມື້.

ເອີ້ນໄດ້ວ່າ Nokia 6 ປະສົບຄວາມສຳເລັດໄປແລ້ວ ທັງທີ່ຍັງບໍ່ທັນໄດ້ວາງຈຳໜ່າຍຢ່າງເປັນທາງການ ຈາກຈຳນວນລູກຄ້າທີ່ລົງທະບຽນ ສະແດງຄວາມສົນໃຈຈັບຈອງເປັນເຈົ້າຂອງຜ່ານ ຮ້ານຄ້າອອນໄລນ໌ JD.com (Jingdong) ໂດຍແຫຼ່ງຂ່າວລາຍງານວ່າ ການສັ່ງຈອງຈະແບ່ງອອກເປັນ 2 ຮູບແບບຄື: ຮູບແບບທຳອິດ ບໍ່ຕ້ອງວາງເງິນມັດຈຳ ມີຜູ້ລົງທະບຽນ 411,470 ຄົນ ແລະ ອີກຮູບແບບຕ້ອງວາງເງິນມັດຈຳ 66 ຫຍວນ (78,500 ກີບ) ມີຜູ້ລົງທະບຽນແລ້ວ 9,211 ຄົນ ແລະ ຍອດການລົງທະບຽນຍ່ອມສູງຂຶ້ນເລື້ອຍໆ.

ຫນ້າເສຍດາຍທີ່ຍັງບໍ່ມີລາຍງານວ່າ Nokia 6 ຈະວາງຈຳໜ່າຍນອກປະເທດຈີນ ຫຼື ບໍ່?
ຂອບໃຈແຫຼ່ງຂ່າວຈາກ: Gizmochina ,devcrown
ไม่มีความคิดเห็น:
แสดงความคิดเห็น