ສຳນັກຂ່າວຕ່າງປະເທດລາຍງານຈາກກຸງປັກກິ່ງ ປະເທດຈີນ ເມື່ອວັນທີ 26 ມັງກອນທີ່ຜ່ານມາວ່າ ກະຊວງການຄ້າ ແລະ ກະຊວງອຸດສະຫະກຳຂອງຈີນ ເຜີຍແຜ່ຖະແຫຼງການຮ່ວມກັນ ເປັນລາຍຊື່ສິນຄ້າດ້ານເທັກໂນໂລຢີ ທີ່ຈະບໍ່ມີການສົ່ງອອກໄປທີ່ເກົາຫຼີເໜືອອີກຕໍ່ໄປ ເຊິ່ງລວມທັງ “ສິນຄ້າທີ່ໃຊ້ໄດ້ສອງທາງ” ໝາຍເຖິງອຸປະກອນທີ່ສາມາດນຳໄປໃຊ້ ໃນໂຄງການພັດທະນາຂີປະນາວຸດ ແລະ ອາວຸດນິວເຄລຍ ບໍ່ວ່າຈະເປັນຊອຟແວ ສຳລັບຕິດຕັ້ງໃນຈະຫຼວດ ຫຼື ໂດຣນ, ກ້ອງຈັບພາບຄວາມໄວສູງ ແລະ ລະບົບເຊັນເຊີ້ອີກຫຼາຍປະເພດ.
ທັງນີ້ ລາຍຊື່ດັ່ງກ່າວສອດຄ່ອງກັບມະຕິ ເພີ່ມການຄວໍ່າບາດ ຕໍ່ລັດຖະບານເກົາຫຼີເໜືອ ໂຄຍຄະນະມົນຕີ ຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ເມື່ອເດືອນພະຈິກ ປີທີ່ຜ່ານມາ ເພື່ອຕອບໂຕ້ການທົດສອບນິວເຄລຍເທື່ອທີ 5 ຂອງເກົາຫຼີເໜືອ ທີ່ເກີດຂຶ້ນເມື່ອເດືອນກັນຍາ ປີດຽວກັນ.
ນອກຈາກນີ້ ຄວາມເຄື່ອນໄຫວດັ່ງກ່າວຂອງລັດຖະບານຈີນ ຍັງເກີດໃນຊ່ວງທີ່ມີກະແສ ຈາກທັງເກົາຫຼີໃຕ້ ແລະ ໃນອາເມຣິກາວ່າ ໂຄງການທົດສອບຂີປະນາວຸດຄັ້ງໃໝ່ຂອງເກົາຫຼີເໜືອ ຢູ່ໃນຂັ້ນຕອນຂອງການກຽມຄວາມພ້ອມ “ຂັ້ນສຸດທ້າຍ” ແລະ ການທົດສອບທີ່ຈະເກີດຂຶ້ນ ອາດເປັນການ “ສົ່ງສັນຍານ” ເຖິງປະທານາທິບໍດີ ໂດນັລດ໌ ທຣັມຜູ້ນຳຄົນໃໝ່ຂອງອາເມຣິກາ ຫຼາຍກວ່າການອວດອ້າງຄວາມກ້າວໜ້າ ທາງດ້ານເທັກໂນໂລຢີດັ່ງທີ່ຜ່ານມາ.
ຂອບໃຈແຫຼ່ງຂ່າວຈາກ: dailynews
ไม่มีความคิดเห็น:
แสดงความคิดเห็น