ດັ່ງທີ່ຮູ້ກັນດີວ່າໂລກເຮົາມີມານານຫຼາຍລ້ານປີ ແລະ ກ່ອນທີ່ຈະເກີດມີມະນຸດນັ້ນ ກໍ່ມີສັດຫຼາກຫຼາຍຊະນິດເກີດມາກ່ອນ ເຊັ່ນ: ໄດໂນເສົາເປັນຕົ້ນ ເຊິ່ງແຕ່ລະໂຕມີຂະໜາດໃຫຍ່ຫຼາຍ ແຕ່ໂຊກດີທີ່ມັນສູນພັນໄປແລ້ວ ຖ້າຍັງບໍ່ສູນພັນ ມະນຸດປະຈຸບັນຕ້ອງດຳລົງຊີວິດຍາກລຳບາກແນ່ນອນ ແລະ ນີ້ກໍ່ດີຫຼາຍທີ່ສັດໂຕນີ້ສູນພັນໄປແລ້ວ ນັ້ນກໍ່ຄື Megalodon ສະຫຼາມທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ເທົ່າທີ່ເຄີຍມີມາ.
ສະຫຼາມຂາວໃນຍຸກປະຈຸບັນ ທີ່ວ່າໃຫຍ່ ແລະ ເປັນຕາຢ້ານແລ້ວນັ້ນ ແຕ່ສະຫຼາມຍັກ Megalodon ນີ້ຈັດໄດ້ວ່າເປັນຕຳນານ ແຫ່ງນັກລ່າໃນທ້ອງທະເລຢ່າງແທ້ຈິງ, ມີຂະໜາດໃຫຍ່ກວ່າສະຫຼາມຂາວຍັກປະຈຸບັນຫຼາຍເທົ່າ ຈາກຫຼັກຖານທີ່ຄົ້ນພົບເປັນຊາກຟອສຊິລ ແຂ້ວຂະໜາດໃຫຍ່ ຂອງສະຫຼາມທີ່ມີຂະໜາດໃຫຍ່ກວ່າປົກກະຕິຫຼາຍເທົ່າ ໂດຍມັນມີຄວາມຍາວເຖິງ 7 ນິ້ວ ຫຼື 17 cm ແລະ ເມື່ອນຳໄປປຽບທຽບກັບສະຫຼາມຂາວໃນປະຈຸບັນ ເຮັດໃຫ້ຄາດຄະເນລຳໂຕຂອງສະຫຼາມ Megalodon ທີ່ຄາດວ່າລຳໂຕຍາວກວ່າ 18 ແມັດ ແລະ ມີນໍ້າໜັກເຖິງ 100 ໂຕນ.
ສະຫຼາມຍັກ Megalodon ມີຊີວິດຢູ່ໃນຊ່ວງປະມານ 20-22 ລ້ານປີກ່ອນ ແລະ ສູນພັນໄປ ອາດເປັນເພາະຂະໜາດທີ່ໃຫຍ່ຫຼາຍ ເລີຍມີອາຫານທີ່ບໍ່ພຽງພໍ ສົ່ງຜົນໃຫ້ສູນພັນ.
ໂຊກດີແລ້ວທີ່ Megalodon ນັ້ນບໍ່ໄດ້ມີຊີວິດມາຈົນຮອດປະຈຸບັນ ເພາະຫາກມັນມີຊີວິດຢູ່ ຄົງຈະບໍ່ມີໃຜອອກເຮືອໄປກາງທະເລແນ່ນອນ ເພາະສາມາດໂດນຄາບໄປກິນທັງຄົນ ແລະ ເຮືອໄດ້ເລີຍ ສຳລັບ Megalodon ສະຫຼາມທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກເທົ່າທີ່ເຄີຍມີມາ.
ຂອບໃຈແຫຼ່ງຂ່າວຈາກ: businessinsider ,devcrown
ไม่มีความคิดเห็น:
แสดงความคิดเห็น