ປີແລ້ວອ້າຍ Mark Zuckerberg CEO ແລະ ຜູ້ຮ່ວມກໍ່ຕັ້ງ Facebook ໄດ້ເຝິກເວົ້າພາສາຈີນ, ກິນຊີ້ນສັດທີ່ຕົນເອງຂ້າ ຫຼື ແມ່ນແຕ່ກະທັ່ງສ້າງ AI ຫຼື ປັນຍາປະດິດ ສຳລັບການເປັນຜູ້ຊ່ວຍດິຈິຕອລໃນບ້ານ. ປີ 2017 ນີ້ ລາວຕັ້ງເປົ້າໝາຍເດີນທາງໄປພົບປະ ຜູ້ຄົນໃນທຸກລັດຂອງອາເມຣິກາ ພາຍໃນທ້າຍປີນີ້.
ອ້າຍ Mark Zuckerberg ໄດ້ໂພສຕ໌ລົງໃນ Facebook ຂອງລາວເມື່ອວັນທີ 3 ມັງກອນ 2017 ທີ່ຜ່ານມາວ່າ ລາວໄດ້ເດີນທາງໄປບາງລັດແລ້ວ ແລະ ຍັງຕ້ອງໄດ້ເດີນທາງໄປອີກປະມານ 30 ລັດ ເພື່ອໃຫ້ບັນລຸຈຸດມຸ່ງໝາຍ ໂດຍລາວຈະເດີນທາງໄປກັບ Priscilla Chan ເມຍຂອງລາວ ແລະ ຢຸດພັກຕາມເມືອງນ້ອຍໆ ກັບມະຫາວິທະຍາໄລຕ່າງໆ ລວມທັງໄປຢ້ຽມຢາມຫ້ອງການ ຂອງບໍລິສັດໃນລັດຕ່າງໆທົ່ວປະເທດ.

ອ້າຍ Mark Zuckerberg ມີຈຸດມຸ່ງໝາຍວ່າການເດີນທາງເທື່ອນີ້ ຈະເຮັດໃຫ້ລາວໄດ້ຮູ້ວ່າຜູ້ຄົນ ໃຊ້ຊີວິດແນວໃດ ເຮັດວຽກຫຍັງ ແລະ ຄິດຫຍັງກ່ຽວກັບອະນາຄົດແດ່ ເນື່ອງຈາກວ່າລາວຕ້ອງການສຶກສາ ແລະ ພັດທະນາໃຫ້ Facebook ສາມາດເຊື່ອມໂຍງໝົດໂລກເຂົ້າດ້ວຍກັນ ໂດຍທີ່ທຸກຄົນສາມາດມີສິດສະແດງຄວາມຄິດເຫັນໄດ້.
ຂອບໃຈແຫຼ່ງຂ່າວຈາກ: Beartai
ไม่มีความคิดเห็น:
แสดงความคิดเห็น