
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ອາເມຣິກາ ເມື່ອວັນທີ 7 ມັງກອນວ່າ ໂດນັລດ໌ ທຣັມ ວ່າທີ່ປະທານາທິບໍດີອາເມຣິກາ ລະດົມທວີຕຂໍ້ຄວາມເທິງບັນຊີທວິຕເຕີ້ @realDonaldTrump ເມື່ອວັນເສົາທີ່ຜ່ານມາ ຫຼັງສຳນັກຂ່າວກອງແຫ່ງຊາດ (DNI) ອອກລາຍງານເມື່ອວັນສຸກ ທີ່ມີເນື້ອໃນ “ວິເຄາະ ແລະ ປະເມີນ” ວ່າປະທານາທິບໍດີວລາດິເມຍ ປູຕິນ ຂອງຣັດເຊຍ ຈັດຕັ້ງໂຄງການການໂຈມຕີທາງຄອມພິວເຕີ້ ເພື່ອຊ່ວຍໃຫ້ທຣັມຊະນະການເລືອກຕັ້ງ ປະທານາທິບໍດີເມື່ອວັນທີ 8 ພະຈິກ ປີກ່ອນ, ໂດຍທຣັມກ່າວວ່າ “ເຫດຜົນດຽວເທົ່ານັ້ນ” ທີ່ປະເດັນການແຮັກອີເມລຂອງພັກເດໂມແຄຣຕ ຍັງເປັນທີ່ເວົ້າເຖິງ ເປັນເພາະຄວາມຜ່າຍແພ້ນັ້ນເອງ “ຫຼວງຫຼາຍຈົນໜ້າອັບອາຍ”.
ນອກຈາກນີ້ ທຣັມ ຍັງກ່າວເຖິງກະແສວິຈານ ທິດທາງນະໂຍບາຍການຕ່າງປະເທດ ຂອງລັດຖະບານອາເມຣິກາ ຊຸດຕໍ່ໄປ ທີ່ເພີ່ມຄວາມສຳຄັນໃນການຟື້ນຟູຄວາມສຳພັນກັບທາງຣັດເຊຍ ວ່າມີພຽງ “ຄົນໂງ່” ເທົ່ານັ້ນ ທີ່ເບິ່ງວ່າການປັບປຸງຄວາມສຳພັນກັບທາງຣັດເຊຍ ເປັນເລື່ອງບໍ່ດີ ແລະ ຮ້າຍແຮງ ພ້ອມທັງປະກາດວ່າ ທັນທີທີ່ລາວຂຶ້ນເປັນປະທານາທິບໍດີຢ່າງເປັນທາງການ ຣັດເຊຍຈະໃຫ້ຄວາມເຄົາລົບຕໍ່ກັບອາເມຣິກາ ຫຼາຍຂຶ້ນກວ່າເກົ່າ ແລະ ທັງສອງປະເທດອາດຈັບມືກັນ ແກ້ໄຂສະຖານະການອັນຮ້ອນແຮງຂອງໂລກນຳ.
ไม่มีความคิดเห็น:
แสดงความคิดเห็น