ໂປຣແກຣມໜັງເດັດ ທີ່ກຽມເຂົ້າສາຍໃນປີ 2017 ມີຢູ່ຫຼາຍເລື່ອງທີ່ຄໍໜັງໂຕຈິງຫ້າມພາດ ເຊິ່ງໃນຈຳນວນເຫຼົ່ານີ້ ມີຢູ່ຫຼາຍເລື່ອງທີ່ຖືກຈັບຕາເບິ່ງຫຼາຍທີ່ສຸດ ໂດຍເມື່ອວັນທີ 29 ທັນວາ 2016 ເວັບໄຊ້ Fandango ສື່ຊື່ດັງ ເປີດເຜີຍອັນດັບໜັງທີ່ຜູ້ຄົນຄອງຄອຍ ຖ້າເບິ່ງຫຼາຍທີ່ສຸດໃນປີ 2017 ເຊິ່ງຜົນອອກມາວ່າ Star Wars: Episode 8 ທີ່ກຽມເຂົ້າສາຍໃນເດືອນທັນວາ ເປັນໜັງທີ່ຜູ້ຄົນຢາກເບິ່ງຫຼາຍທີ່ສຸດໃນປີ 2017 ໂດຍໜັງພາກນີ້ ຖືເປັນການສະແດງເທື່ອສຸດທ້າຍຂອງ Carrie Fisher ໃນຖານະ ເຈົ້າຍິງເລອາ ກ່ອນທີ່ລາວຈະຈາກໂລກນີ້ໄປ ດ້ວຍອາການຫົວໃຈວາຍ ສ່ວນລາຍຊື່ໜັງທີ່ຕິດ 10 ອັນດັບທຳອິດ ໄດ້ແກ່:
1. Star Wars: Episode 8
2. Guardians of the Galaxy Vol. 2
3. Beauty and the Beast
4. Wonder Woman
5. Spider-Man: Homecoming
6. Justice League
7. The Fate of the Furious
8. Fifty Shades Darker
9. Logan
10. Despicable Me 3
ຈາກລາຍຊື່ຫນັງທັງ 10 ອັນດັບ ຈະເຫັນໜັງແນວ Superhero ຕິດເຂົ້າມາເຖິງ 5 ເລື່ອງ ເພາະປີ 2017 ເປັນປີທອງຂອງຜົນງານ Marvel ແລະ DC Comics ຄ້າຍໜັງຮີໂຣ່ທີ່ປ່ອຍຜົນງານອອກມາຫຼາຍ ສ່ວນການທີ່ Star Wars: Episode 8 ຕິດທີ່ອັນດັບ 1 ກໍ່ບໍ່ແມ່ນເລື່ອງແປກຫຍັງ ເພາະເມື່ອປີກ່ອນ Rogue One: A Star Wars Story ເຊິ່ງເປັນພາກແຍກຍ່ອຍຂອງມະຫາກາບ Star Wars ກໍ່ເປັນໜັງທີ່ຜູ້ຄົນຢາກເບິ່ງຫຼາຍທີ່ສຸດເຊັ່ນກັນ.

ຂອບໃຈແຫຼ່ງຂ່າວຈາກ: Fandango
ຂອບໃຈແຫຼ່ງຂ່າວຈາກ:devcrown
ไม่มีความคิดเห็น:
แสดงความคิดเห็น