ສຳນັກຂ່າວເອເອຟພີ ລາຍງານຈາກກຸງມອສໂກ ປະເທດຣັດເຊຍເມື່ອວັນທີ 1 ມັງກອນວ່າ ສະຖານີໂທລະພາບແຫ່ງຊາດຣັດເຊຍ ອອກອາກາດເທັບບັນທຶກຖ້ອຍຖະແຫຼງການ ຄຳອວຍພອນປີໃໝ່ຂອງ ປະທານາທິບໍດີ ວລາດີເມຍ ປູຕິນ ໃນຊ່ວງເວລາກ່ອນເຂົ້າສູ່ວັນທີ 1 ມັງກອນໜ້ອຍໜຶ່ງ ໂດຍມີສາລະສຳຄັນວ່າ ຣັດເຊຍຢູ່ໃນສະຖານະການຍາກລຳບາກໝົດປີ 2016 ແຕ່ອຸປະສັກເຫຼົ່ານັ້ນ ຊ່ວຍໃຫ້ທຸກຄົນສາມັກຄີ ແລະ ກ້າວຂ້າມຜ່ານໄປໄດ້ດ້ວຍດີ ເພາະຕ່າງຝ່າຍລ້ວນແຕ່ມີຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນ ສົ່ງຜົນໃຫ້ການເຮັດວຽກປະສົບກັບຄວາມກ້າວໜ້າ ແລະ ສຳເລັດເປັນຢ່າງສູງ ຈຶ່ງມີຄວາມຫວັງວ່າປີ 2017 ຈະເປັນປີທີ່ດີສຳລັບຣັດເຊຍ.
ທັງນີ້ ລັດຖະບານຮັດເຊຍຂອງປູຕິນ ມີບົດບາດເປັນຢ່າງສູງໃນສະຖານະການໂລກ ໃນຫຼາຍເລື່ອງທີ່ເກີດຂຶ້ນໃນປີທີ່ແລ້ວ ໂດຍສະເພາະວິກິດການໃນຊີເຣຍ ທີ່ສະມາຊິກທັງ 15 ປະເທດຂອງຄະນະມົນຕີຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ມີມະຕິຮ່ວມກັນເມື່ອມື້ສິ້ນສຸດປີ ຮັບຮອງຂໍ້ຕົກລົງຢຸດຍິງເທື່ອໃໝ່ ທີ່ຣັດເຊຍ ແລະ ຕຸຣະກີຮ່ວມກັນຜັກດັນ ເຖິງແມ່ນວ່າອາເມຣິກາສະແດງ “ຄວາມສົງໄສ” ແຕ່ກໍ່ໃຫ້ການສະໜັບສະໜູນ.

ແຕ່ຢ່າງໃດກໍ່ຕາມຄວາມສຳພັນລະຫວ່າງຣັດເຊຍ ກັບອາເມຣິກາ ກໍ່ຍັງຢູ່ໃນລະດັບທີ່ຕ່ຳຫຼາຍ ແລະ ເກືອບຮອດຂີດຕໍ່າສຸດເມື່ອທ້າຍປີ ເມື່ອປະທານາທິບໍດີ ບາຣັກ ໂອບາມາ ແຫ່ງອາເມຣິກາ ເນລະເທດນັກການທູດ ແລະ 35 ຄົນຂອງຣັດເຊຍອອກຈາກດິນແດນຂອງອາເມຣິກາ ເພື່ອ “ລົງໂທດ” ໃນຂໍ້ກ່າວຫາທີ່ວ່າ ລັດຖະບານຂອງຣັດເຊຍແຊກແຊງການເລືອກຕັ້ງຂອງອາເມຣິກາ ດ້ວຍການໂຈມຕີທາງຄອມພິວເຕີ ແລະ ຊ່ວຍໃຫ້ ທຣັມຊະນະການເລືອກຕັ້ງ.
ຂອບໃຈແຫຼ່ງຂ່າວຈາກ: ເອເອຟພີ
ไม่มีความคิดเห็น:
แสดงความคิดเห็น