ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพุธที่ 15 มีนาคม พ.ศ. 2560

    ເກົາຫຼີເໜືອບໍ່ພໍໃຈ ຫຼັງເຮືອຮົບອາເມຣິກາ ມາໃກ້ນ່ານນໍ້າ “ສັ່ງພ້ອມໂຈມຕີ ຢ່າງໄຮ້ຄວາມປານີ”

    ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 14 ມີນາ ຈາກການລາຍງານຂອງສຳນັກຂ່າວກາງເກົາຫຼີ (KCNA) ວ່າ ໄດ້ຮັບການກວດສອບການເຄື່ອນໄຫວ ຂອງກອງເຮືອຮົບບັນທຸກຍົນຫຼາຍລຳຂອງຝ່າຍສັດຕູ ລອຍຢູ່ໃກ້ກັບເຂດນ່ານນໍ້າຂອງເກົາຫຼີເໜືອ ໂດຍມີການສົ່ງຍົນບິນຂຶ້ນ ໃກ້ກັບນ່ານຟ້າຂອງເກົາຫຼີເໜືອນຳອີກ ເມື່ອວັນທີ 11 ມີນາທີ່ຜ່ານມາ ເຊິ່ງຫາກເຮືອນັ້ນລໍ້າເຂົ້າມາດິນແດນ ທີ່ຢູ່ພາຍໃຕ້ການປົກຄອງຂອງເກົາຫຼີເໜືອ ພຽງເລັກໜ້ອຍ ກອງທັບປະຊາຊົນເກົາຫຼີ (KPA) ກໍ່ບໍ່ລັງເລທີ່ຈະຕອບໂຕ້ “ຢ່າງໄຮ້ຄວາມປານີ”.
    Capture2
    ຂະນະທີ່ກອງທັບເຮືອອາເມຣິກາ ລາຍງານພຽງວ່າ ເຮືອທີ່ໃຊ້ເສັ້ນທາງດັ່ງກ່າວ ຕາມວັນ ແລະ ເວລາທີ່ທາງລັດຖະບານເກົາຫຼີເໜືອກ່າວອ້າງ ເປັນບັນດາເຮືອ ທີ່ນຳໂດຍເຮືອບັນທຸກຍົນ ພະລັງງານນິວເຄລຍ ທີ່ຢູ່ລະຫວ່າງເດີນທາງ ໄປຮ່ວມເຝິກຊ້ອມຮົບ ໃນເກົາຫຼີໃຕ້ຕາມກຳນົດການ ແລະ ໃຊ້ເສັ້ນທາງທີ່ເປັນເຂດນ່ານນໍ້າສາກົນ.
    ສະຖານະການເທິງຄາບສະໝຸດ ຫຼື ແຫຼມເກົາຫຼີເໜືອ ກຳລັງພົບກັບຄວາມຕຶງຄຽດຮອບໃໝ່ ຕັ້ງແຕ່ຕົ້ນເດືອນນີ້ ເມື່ອທາງເກົາຫຼີເໜືອເປັນຝ່າຍຍິງຂີປະນາວຸດ 4 ລູກ ເຮັດໃຫ້ອາເມຣິກາເຂົ້າມາຕິດຕັ້ງລະບົບ ປ້ອງກັນຂີປະນາວຸດ “ທາດ THAAD” ໃນພື້ນທີ່ທາງໃຕ້ຂອງເກົາຫຼີໃຕ້ທັນທີ ທີ່ສ້າງຄວາມບໍ່ພໍໃຈຢ່າງໜັກໃຫ້ກັບທາງຈີນ. ນອກຈາກນີ້ ເຣັກຊ໌ ທິລເລີສັນ ລັດຖະມົນຕີກະຊວງການຕ່າງປະເທດ ອາເມຣິກາ ມີກຳນົດການຢ້ຽມຢາມເກົາຫຼີໃຕ້ໃນວັນສຸກ 17 ມີນານີ້ ແລະ ໄປທີ່ຈີນໃນມື້ຕໍ່ໄປ.
    ຂອບໃຈ:devcrown

    ไม่มีความคิดเห็น:

    แสดงความคิดเห็น