ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງວໍຊິງຕັນ ປະເທດອາເມຣິກາເມື່ອວັນທີ 13 ມີນາວ່າ ຄະນະກຳມາທິການດ້ານຂ່າວກອງ ຂອງສະພາອາເມຣິກາ ປະກາດເມື່ອວັນຈັນ ຂະຫຍາຍເວລາໃຫ້ກະຊວງຍຸດຕິທຳ ຈົນຮອດວັນທີ 20 ມີນານີ້ ໃນການລວບລວມ “ຫຼັກຖານ ທີ່ສາມາດພິສູດໄດ້” ເພື່ອນຳມາສະແດງຕໍ່ກັບທີ່ປະຊຸມວ່າ ອາຄານ ທຣັມ ທາວເວີ້ ຂອງທຣັມ ໃນນະຄອນນິວຢອກ ຕົກເປັນເປົ້າໝາຍຂອງການສອດແນມ ທາງໂທລະສັບໂດຍລັດຖະບານ ຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ ໃນຊ່ວງກ່ອນທີ່ປະທານາທິບໍດີ ໂດນັລດ໌ ທຣັມ ຮັບຕຳແໜ່ງຜູ້ນຳປະເທດຢ່າງເປັນທາງການ ຫຼັງຝ່າຍທຣັມຍອມຮັບວ່າ ບໍ່ສາມາດລວບລວມຂໍ້ມູນໄດ້ທັນ ພາຍໃນວັນຈັນຕາມກຳນົດການເກົ່າ.
ຂະນະທີ່ຢອນ ສໄປເຊີ ໂຄສົກທຳນຽບຂາວກ່າວໃນມື້ດຽວກັນວ່າ ຂໍ້ກ່າວຫາຂອງຜູ້ນຳອາເມຣິກາ ໝາຍເຖິງການສອດແນມ “ຮູບແບບອື່ນ” ທີ່ບໍ່ຈຳເປັນຕ້ອງເປັນແຕ່ການດັກຟັງທາງໂທລະສັບ ໂດຍບໍ່ໄດ້ມີການຊີ້ແຈງວ່າໝາຍຄວາມວ່າແນວໃດ ເຖິງແມ່ນວ່າໃນທວິຕເຕີ້ສ່ວນໂຕຂອງທຣັມ @realDonaldTrump ໃຊ້ຄຳວ່າ “ດັກຟັງໂທລະສັບ” ຢ່າງກົງໄປກົງມາກໍ່ຕາມ.
ສ່ວນທີມງານຂອງອະດີດປະທານາທິບໍດີ ບາຣັກ ໂອບາມາ ຢືນຢັນປະຕິເສດເລື່ອງລາວທັງໝົດທີ່ເກີດຂຶ້ນ ແລະ ອອກມາໃຫ້ທຣັມສະແດງຫຼັກຖານທີ່ເປັນຮູບປະທຳ ແລະ ຖ້າຫາກບໍ່ເປັນແບບນັ້ນກໍ່ຈົ່ງຖອນຄຳເວົ້າ.
ຂອບໃຈ:devcrown
ไม่มีความคิดเห็น:
แสดงความคิดเห็น