
ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex Tillerson ແລະ ປະທານປະເທດ
ຈີນ ທ່ານ ສີ ຈິ່ນຜິງ ໄດ້ກ່າວໃນວັນອາທິດມື້ນີ້ວ່າ ພວກເພິ່ນຫວັງວ່າ ຈະມີການຮ່ວມມືຍຸກ
ໃໝ່ ລະຫວ່າງ ທັງສອງປະເທດ.
ຈີນ ທ່ານ ສີ ຈິ່ນຜິງ ໄດ້ກ່າວໃນວັນອາທິດມື້ນີ້ວ່າ ພວກເພິ່ນຫວັງວ່າ ຈະມີການຮ່ວມມືຍຸກ
ໃໝ່ ລະຫວ່າງ ທັງສອງປະເທດ.
ຫຼັງຈາກທັງສອງທ່ານ ໄດ້ຈັດກອງປະຊຸມນ້ອຍສອງຄັ້ງໃນນະຄອນຫຼວງ ປັກກິ່ງແລ້ວ,
ທ່ານ Tillerson ກໍໄດ້ກ່າວວ່າ “ພວກເຮົາຮູ້ວ່າ ໃນການສົນທະນາຄັ້ງຕໍ່ໄປ ພວກເຮົາ
ຈະບັນລຸຄວາມເຂົ້າໃຈກັນຍິ່ງກວ່າເກົ່າ ແລະ ຈະນຳໄປສູ່ການຂະຫຍາຍສາຍພົວພັນ
ລະຫວ່າງ ຈີນ ກັບ ສະຫະລັດ.”
ທ່ານ Tillerson ກໍໄດ້ກ່າວວ່າ “ພວກເຮົາຮູ້ວ່າ ໃນການສົນທະນາຄັ້ງຕໍ່ໄປ ພວກເຮົາ
ຈະບັນລຸຄວາມເຂົ້າໃຈກັນຍິ່ງກວ່າເກົ່າ ແລະ ຈະນຳໄປສູ່ການຂະຫຍາຍສາຍພົວພັນ
ລະຫວ່າງ ຈີນ ກັບ ສະຫະລັດ.”
ທ່ານ ສີ ໄດ້ກ່າວວ່າ ເມື່ອທ່ານໄດ້ເຈລະຈາກັບປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ
ທຣຳ ໃນເດືອນທີ່ຜ່ານມາ, ຜູ້ນຳທັງສອງທ່ານໄດ້ເຫັນດີນຳກັນວ່າ “ພວກເຮົາຕ້ອງມີການ
ຮ່ວມມືກັນ ເພື່ອພັດທະນາການຮ່ວມມືລະຫວ່າງ ຈີນ ກັບ ສະຫະລັດ.”
ທຣຳ ໃນເດືອນທີ່ຜ່ານມາ, ຜູ້ນຳທັງສອງທ່ານໄດ້ເຫັນດີນຳກັນວ່າ “ພວກເຮົາຕ້ອງມີການ
ຮ່ວມມືກັນ ເພື່ອພັດທະນາການຮ່ວມມືລະຫວ່າງ ຈີນ ກັບ ສະຫະລັດ.”
ນັກການທູດລະດັບສູງຂອງ ສະຫະລັດ ໄດ້ກ່າວວ່າ ທ່ານ ທຣຳ ຫວັງວ່າ “ຈະມີໂອກາດ
ຢ້ຽມຢາມປະເທດ ຈີນ ໃນອະນາຄົດ.”
ຢ້ຽມຢາມປະເທດ ຈີນ ໃນອະນາຄົດ.”
ການພົບປະດັ່ງກ່າວ ບໍ່ໄດ້ເອີ່ຍເຖິງບັນຫາຕ່າງໆຢູ່ໃນພາກພື້ນ ຫຼື ລະຫວ່າງສອງປະເທດ.
ປະເທດ ຈີນ ແມ່ນປະເທດທີສາມ ແລະ ເປັນຮອບສຸດທ້າຍໃນການເດີນທາງຢ້ຽມຢາມ ເອ
ເຊຍ ຄັ້ງທຳອິດຂອງທ່ານລັດຖະມົນຕີ, ເຊິ່ງລວມມີການຢຸດແວ່ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ດ້ວຍ.
ເຊຍ ຄັ້ງທຳອິດຂອງທ່ານລັດຖະມົນຕີ, ເຊິ່ງລວມມີການຢຸດແວ່ ຍີ່ປຸ່ນ ແລະ ເກົາຫຼີໃຕ້ ດ້ວຍ.
ຂອບໃຈ:lao.voanews
ไม่มีความคิดเห็น:
แสดงความคิดเห็น