ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດການາດາ ເມື່ອວັນທີ 11 ມີນາວ່າ “ເຈມສ໌ ຄາເມຣອນ” ຜູ້ກຳກັບໜັງຊື່ດັງຊາວການາດາ ເປີດເຜີຍກັບໜັງສືພິມ The Toronto Star ວ່າ ໜັງເລື່ອງ ”Avatar 2” ບໍ່ສາມາດຜະລິດໃຫ້ທັນກຳນົດສາຍໃນປີ 2018 ເພາະຕອນນີ້ກຳລັງເຮັດວຽກຢ່າງໜັກ ເພື່ອສ້າງໜັງເລື່ອງ “Avatar” ອອກມາເທື່ອດຽວ 4 ພາກດ້ວຍກັນ ເປັນ ”Avatar 2”, 3, 4 ແລະ 5.
ເຖິງແມ່ນວ່າ ”Avatar 2” ຍັງບໍ່ໄດ້ມີກຳນົດສາຍອອກມາຢ່າງເປັນທາງການສຳລັບປີໜ້າ ແຕ່ທາງບໍລິສັດ Twenty Century Fox ເຄີຍຖະແຫຼງການເມື່ອເດືອນພະຈິກທີ່ຜ່ານມາ ວ່າໜັງເລື່ອງ “Avatar 2” ຈາກຜົນງານການສ້າງຂອງ ”ເຈມສ໌ ຄາເມຣອນ” ຈະເຂົ້າສາຍໃນໂຮງໜັງໃນວັນທີ 21 ທັນວາ 2018.
ດັ່ງນັ້ນ, ຖືວ່າຕ້ອງຖ້າລວມກັນເຖິງ 10 ປີ ຈຶ່ງຈະໄດ້ເບິ່ງພາກຕໍ່ຂອງໜັງເລື່ອງ “Avatar” ເຊິ່ງອອກສາຍເທື່ອທຳອິດໃນປີ 2009.
ຜູ້ກຳກັບ ”ເຈມສ໌ ຄາເມຣອນ” ກ່າວອີກວ່າ ບົດໜັງຖືກຂຽນຂຶ້ນມາສຳລັບສ້າງ 4 ຕອນ ຫຼື 4 ພາກ ແລະ ງານກຽມການສ້າງກໍ່ກຳລັງດຳເນີນການສ້າງຕໍ່ໄປ ຖືວ່າເປັນງານທີ່ຍິ່ງໃຫຍ່ຫຼາຍ ແລະ ຢືນຢັນກັບແຟນໜັງວ່າ ລາວກຳລັງເຮັດວຽກຢ່າງໜັກໃນຕອນນີ້ ກັບໂປຣເຈັກນີ້.
ຂອບໃຈ:devcrown
ไม่มีความคิดเห็น:
แสดงความคิดเห็น