ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 29 เมษายน พ.ศ. 2560

    “ແມນນີ ປາກຽວ” ກັບ “ເຈຟ ຮອນ” ພົບກັນ ພົບກັນ ກໍລະກົດ 2017

    ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 6 ເມສາ 2017 ທີ່ຜ່ານມາວ່າ “ແມນນີ ປາກຽວ” ຍອດນັກຊົກຂວັນໃຈຊາວ ຟິລິບປິນ ໄວອາຍຸ 38 ປີ ກຽມຕົວຂຶ້ນສັງວຽນປ້ອງກັນເຂັມຂັດ ແຊັມລຸ້ນເວລເຕີເວດ ດັບເບີລຢູບີໂອອີກຄັ້ງ ກັບຜູ້ທ້າຊິງຊາວ ອອສເຕເລຍ ຢ່າງ “ເຈຟ ຮອນ” ທີ່ບຣິສເບນ

    ກ່ອນໜ້ານີ້ “ແມນນີ ປາກຽວ” ມີຂ່າວວ່າ ກຽມຂຶ້ນຊົກເສິກຊຸບເປີໄຟລ ກັບ “ອາເມຍ ຂ່ານ” ຊາວອັງກິດ ທີ່ສະຫະ ລັດອາຫຼັບອາມິເຣດ ແຕ່ວຸດທ້າຍກໍ່ລົ້ມບໍ່ເປັນທ່າ ເນື່ອງຈາກການເຈລະຈາສັນຍາມູນຄ່າ 38 ລ້ານໂດລາຂອງທັງສອງຝ່າຍຕົກລົງກັນບໍ່ໄດ້
    ຫຼ້າສຸດສື່ທ້ອງຖິ່ນໃນແດນຈິງໂຈ້ ເຜີຍວ່າ ປາກຽວຕົກລົງເຊັນສັນຍາທີ່ຈະຂຶ້ນຊົກໃນວັນທີ 2 ກໍລະກົດ ທີ່ຈະຮອດນີ້ ທີ່ ບຣິສເບນ ກັບຄູ່ຊົກຄົນໃໝ່ ຊາວ ອອສຊີ ໄວອາຍຸ 22 ປີ ຢ່າງ “ເຈຟ ຮອນ” ນັກຊົກເຈົ້າຖິ່ນ.
    ທີ່ມາ:laopost

    ไม่มีความคิดเห็น:

    แสดงความคิดเห็น