ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 29 เมษายน พ.ศ. 2560

    ປະທານາທິບໍດີລັດເຊຍ ຮຽກຮ້ອງໃຫ້ທຸກຝ່າຍຫັນໂຕະເຈລະຈາ ຍຸດຕິການປໍລະປັກກໍລະນີເກົາຫຼີເໜືອ

    ປະທານາທິບໍດີ ວາລາລີເມຍ ປູຕິນ ຂອງລັດເຊຍ ຮຽກຮ້ອງໃຫ້ທຸກຝ່າຍຫັນມາສູ່ໂຕະເຈລະຈາກັບເກົາຫຼີເໜືອ ທ່າມກາງສະຖານະການ ຄວາມຕຶງຄຽດ ໃນຄາບມະຫາສະໝຸດເກົາຫຼີ ທີ່ຍັງຄົງເພີ່ມຂຶ້ນສູງ
    ທັງນີ້ ປູຕິນ ໄດ້ກ່າວຫຼັງຈາກທີ່ໄດ້ພົບກັບທ່ານ ຊິນໂສະ ອາເບະ ນາຍົກລັດຖະມົນຕີຍີ່ປຸ່ນ ຢູ່ນະຄອນຫຼວງມົດສະກູ ປະເທດລັດເຊຍ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງ ຫຼີກລຽງການໃຊ້ຖ້ອຍຄຳ ທີ່ເປັນປໍລະປັກຕໍ່ກັນ, ພ້ອມເວົ້າວ່າ ຕົນເອງ ແລະອາເບະ ຕ້ອງການທີ່ຈະເຫັນການເວົ້າຈາທີ່ສ້າງສັນ ແລະເປັນໄປຢ່າງສັນຕິ ລະຫວ່າງສອງຝ່າຍ
    ໃນຊ່ວງທີ່ຜ່ານມາເກົາຫຼີເໜືອ ແລະສະຫະລັດຕ່າງເຮັດສົງຄາມນໍ້າລາຍກັນໄປມາ ໂດຍທ່ານ ຄິມ ຈອງອຶນ ຜູ້ນຳເກົາຫຼີເໜືອຍັງຄົງ ເດີນໜ້າທີ່ຈະເຮັດການທົດສອບຂີປະນາວຸດຕໍ່ໄປ ເຖິງແມ່ນຈະມີຄຳເຕືອນໃຫ້ຢຸດ ເພາະຂັດຕໍ່ຂໍ້ມະຕິຂອງສະຫະປະຊາຊາດ ຕໍ່ເກົາຫຼີເໜືອ. ໃນຂະນະທີ່ສະຫະລັດ ປະກາດວ່າລະບົບປ້ອງກັນຂີປະນາວຸດ “ທາດ” ທີ່ຖືກເອົາໄປຕິດຕັ້ງໃນເກົາຫຼີໃຕ້ ຈະສາມາດດຳເນີນການໄດ້ ເຊິ່ງຈະສຳເລັດອີກບໍ່ພໍເທົ່າໃດວັນໃນຂ້າງໜ້າ ພ້ອມກັບຈະມີການສ້າງມາດຕະການຂວໍ້າບາດ ທີ່ເຂັ້ມງວດຫຼາຍຂຶ້ນຕໍ່ເກົາຫຼີເໜືອ
    ທີ່ມາ:laopost

    ไม่มีความคิดเห็น:

    แสดงความคิดเห็น