ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 29 เมษายน พ.ศ. 2560

    ສຕລ ສັ່ງລົງໂທດ ກຳມະການຕັດສິນບານນັດ ນະຄອນຫລວງ ຢູໄນເຕັດ ພົບກັບ ສະໂມສອນ ມຊ

    ເຟສບຸກເພສ Lao Premier League ລາຍງານເມື່ອວັນທີ 19 ເມສາ 2017 ວ່າ ທາງ ສຕລ ອອກຄຳສັ່ງລົງໂທດ ” ທ່ານ ໄຊຊະນະ ບັນນະວົງ ” ກຳມະການຕັດສິນບານ ໃນນັດການແຂ່ງຂັນລະຫວ່າງ ສະໂມສອນ ນະຄອນຫລວງ ຢູໄນເຕັດ ພົບກັບ ສະໂມສອນ ມຊ ໃນວັນທີ 09/04/2017 ທີ່ຜ່ານມາ.
    – ອີງຕາມ : ບົດລາຍງານຂອງຄະນະຮັບຜິດຊອບກຳມະການຕັດສິນ ລາວພຣີເມຍລີກ 2017 ຄັ້ງວັນທີ 18/04/2017
    – ອີງຕາມ : ການຕົກລົງເຫັນດີຂອງຄະນະກຳມະການລະບຽບວິໄນ ສະຫະພັນບານເຕະແຫ່ງຊາດລາວ
    – ອີງຕາມ : ການຕົກລົງເຫັນດີຂອງຄະນະຮັບຜິດຊອບກຳມະການຕັດສິນ ສະຫະພັນບານເຕະແຫ່ງຊາດລາວ
    ຄະນະກຳມະການລະບຽບວິໄນ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຕົກລົງວິໄນ ” ທ່ານ ໄຊຊະນະ ບັນນະວົງ ” ບໍ່ໃຫ້ລົງເຮັດຫນ້າທີ່ ຕັດສິນ, ຜູ້ຊ່ວຍກຳມະການຕັດສິນ ຫລື ເປັນກຳມະການ 4 ໃນເວລາ ແຂ່ງຂັນເປັນຈໍານວນ 5 ນັດ, ເນື່ອງຈາກວ່າຜູ້ກ່ຽວໄດ້ຕັດສິນຍົກທຸງລໍ້າຫນ້າຜິດພາດ, ໃນຈັງຫວະທີ່ນັກກິລາຂອງສະໂມສອນ ນະຄອນຫລວງ ຢູໄນເຕັດ ໄດ້ເອົາຫົວຕີບານເຂົ້າປະຕູຂອງສະໂມສອນ ມຊ ແລະ ໄດ້ຕັດສິນບໍ່ໃຫ້ເປັນປະຕູ ໃນການແຂ່ງຂັນ ລາວພຣີເມຍລີກ 2017 ນັດທີ 07 ລະຫວ່າງ ສະໂມສອນ ນະຄອນຫລວງ ຢູໄນເຕັດ ພົບກັບ ສະໂມສອນ ມຊ ໃນວັນທີ 09/04/2017 ເວລາ 17:00ໂມງ ທີ່ສະຫນາມກິລາເຈົ້າອານຸວົງ, ພ້ອມດຽວກັນນັ້ນທາງ ຄະນະ ສຕລ ຍັງຈະໄດ້ເອີ້ນກຳມະການຕັດສິນ 2 ທ່ານຄື: ທ່ານ ໄຊປະເສີດ ພົງຊະນິດ ແລະ ທ່ານ ພອນສຸກສິນ ເຕໂຊ ເຂົ້າມາສຶກສາອົບຮົມໃນການເວົ້າຈາບໍ່ສຸພາບຕໍ່ຄູຝຶກ ແລະ ນັກກິລາ ໃນນັດທີຜ່ານໆມາ.
    ທີ່ມາ:laopost

    ไม่มีความคิดเห็น:

    แสดงความคิดเห็น