ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 29 เมษายน พ.ศ. 2560

    ທຣັມ ຍົກເລີກແຜນການສ້າງກຳແພງກັ້ນຊາຍແດນສະຫະລັດ-ແມັກຊິໂກ

    ເວັບໄຊຂ່າວ ມະຕິຊົນ ອອນໄລນ໌ ເປີດເຜີຍເມື່ອວັນທີ 26 ເມສາ 2017 ວ່າ ປະທານາທິບໍດີ ໂດນັລ ທຣັມ ຍົກເລີກແຜນທີ່ຈະສ້າງກຳແພງຕະຫຼອດແນວຊາຍແດນກັ້ນລະຫວ່າງສະຫະລັດກັບແມັກຊິໂກ ເຜີຍວ່າຈຳເປັນຕ້ອງຫາເງິນເພື່ອໃຊ້ໃນພາລະກິດດັ່ງກ່າວນອກເໜືອຈາກງົບປະມານລາຍຈ່າຍປະຈຳປີທີ່ຈຳເປັນຈະຕ້ອງຜ່ານການພິຈາລະນາຂອງສະພາຄຣອງເກຣສພາຍໃນວັນທີ 28 ເມສາ 2017 ນີ້.
    ທັງນີ້ພັກເດໂມແຄຣດຂູ່ວ່າຈະຂວ້ຳບາດຮ່າງງົບປະມານຫາກມີການຮວມງົບປະມານສຳລັບການສ້າງກຳແພງຢູ່ນຳ ແລະ ຫາກງົບປະມານບໍ່ຜ່ານການພິຈາລະນາຂອງສະພາໃນເວລາດັ່ງກ່າວກໍ່ຈະເຮັດໃຫ້ລັດຖະບານສະຫະລັດຕ້ອງຕົກຢູ່ໃນພາວະຂາດດຸນທາງການຄັງອີກຄັ້ງ ເຊິ່ງຈະເຮັດໃຫ້ໜ່ວຍງານຕ່າງໆບໍ່ມີງົບປະມານໃຊ້ໃນການດຳເນີນງານ
    ຢ່າງໃດກໍ່ຕາມ ໂດນັລ ທຣັມ ໄດ້ທະວິດຂໍ້ຄວາມລະບຸວ່າ ເຂົາຍັງຄົງສະໜັບສະໜູນການກໍ່ສ້າງກຳແພງ ແລະ ຈະສ້າງກຳແພງຂຶ້ນໃຫ້ໄດ້ ໂດຍກ່ອນໜ້ານີ້ທຣັມໄດ້ເປີດເຜີຍກັບສື່ວ່າ ເຂົາອາດຈະຫາເງິນເພື່ອຈັດການສ້າງກຳແພງໃນທ້າຍປີນີ້.
    ທີ່ມາ:laopost

    ไม่มีความคิดเห็น:

    แสดงความคิดเห็น