ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 29 เมษายน พ.ศ. 2560

    ສິດເສລີພາບ ໃນດ້ານການຂ່າວ ທົ່ວໂລກ ຕົກຢູ່ໃນຂັ້ນວິກິດ

    ผลการค้นหารูปภาพสำหรับ north korea
    ກຸ່ມປົກປ້ອງສິດທິສື່ມວນຊົນໄດ້ເຕືອນວ່າ ໃນປີທີ່ຜ່ານມານີ້, ສິດເສລີພາບໃນດ້ານ​ການຂ່າວທົ່ວໂລກ “ບໍ່ເຄີຍຖືກຄຸກຄາມຫຼາຍປານນີ້ມາ​ກ່ອນ.” ນັກຂ່າວວີໂອເອ
    Bill Gallo ມີລາຍງານເພີ່ມເຕີມ. ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີ
    ທ່ານ.




    ຮູ້ບໍ່ວ່າແມ່ນໃຜເປັນຜູ້ລ່ວງລະເມີດຫຼາຍທີ່ສຸດ? ມັນແມ່ນ ເກົາຫຼີເໜືອ, ບ່ອນທີ່ການ
    ຟັງຂ່າວວິທະຍຸຂອງຕ່າງປະເທດ ສາມາດນຳໄປສູ່ການຕັດສິນລົງໂທດ ຖືກສົ່ງ​ໄປ​
    ຂັງ​ທີ່​ຄ້າຍ​ນັກ​ໂທດ​ການເມືອງ.
    ໃນປະເທດ ຊີເຣຍ, ຜູ້ນຳຜະເດັດການທີ່ໂຫດຮ້າຍ ກຳລັງຕໍ່ສູ້ກັບພວກ ຈີຮາດ ແລະ ກຸ່ມກະບົດອື່ນໆ ໄດ້ເຮັດໃຫ້ປະເທດດັ່ງກ່າວເປັນບ່ອນທີ່​ເປັນອັນຕະລາຍທີ່ສຸດສຳ
    ລັບບັນດານັກຂ່າວ.
    ທ່ານນາງ Delphine Halgand ຈາກ​ອົງການນັກຂ່າວບໍ່ມີພົມແດນ ຫລື RSF ກ່າວ
    ວ່າ “ແຜນທີ່ສິດເສລີພາບໃນດ້ານການຂ່າວຂອງໂລກແມ່ນກຳລັງມືດເຂົ້າ ແລະ
    ມືດເຂົ້ານັບ​ມື້.”
    ເວົ້າໂດຍລວມແລ້ວ, ປະເທດທີ່ຖືກປະເມີນ ໂດຍອົງການນັກຂ່າວບໍ່ມີພົມແດນຈຳ
    ນວນເກືອບ 2 ສ່ວນ 3 ນັ້ນໄດ້ພົບເຫັນວ່າ ສິດເສລີພາບຂອງສື່ມວນຊົນໃນປີ 2016
    ຜ່ານ​ມາ​ແມ່ນ​ຊຸດ​ໂຊມ​ລົງ.
    ບໍ່ມີບ່ອນໃດທີ່ມີແນວໂນ້ມຈະແຈ້ງກວ່າປະເທດ ບາເຣນ, ບ່ອນທີ່ພວກນັກຕ້ອງ​ຕິລັດ
    ຖະບານ ມັກຈະຖືກຈັບເຂົ້າຄຸກ ແລະ ພວກປະທ້ວງຖືກປາບປາມ.
    ປະເທດ ບາເຣນ, ພ້ອມກັບ ອີຈິບ, ທີ່ນຳພາໂດຍຜູ້ນຳຜະເດັດການທ່ານ Abdel
    Fattah el-Sissi, ຕ່າງ​ກໍໄດ້ຖືກ​ຈັດ​ເຂົ້າ​ໄວ້ ໃນກຸ່ມປະເທດທີ່ມີສິດເສລີພາບໃນດ້ານ
    ການສື່ຂ່າວທີ່ຕໍ່າທີ່ສຸດ.
    ສະຫະລັດ ໄດ້ຕົກຕຳແໜ່ງລົງສອງຂັ້ນ, ສ່ວນໜຶ່ງແມ່ນຍ້ອນການໂຈມຕີສື່ມວນຊົນ
    ຢ່າງເປັນປະຈຳຂອງປະທານາທິບໍດີ ທ່ານ ດໍໂນລ ທຣຳ, ເຊິ່ງອົງການ RSF ກ່າວວ່າ ມັນໄດ້ເປັນແບບຢ່າງໃຫ້​ແກ່ປະເທດອື່ນໆປະຕິບັດໃນທາງທີ່ບໍ່ຖືກຕ້ອງຕໍ່ສື່ມວນຊົນ
    ຂອງພວກເຂົາເຈົ້າເອງ.
    ທ່ານນາງ Delphine Halgand ໄດ້ກ່າວວ່າ “ຄຳເວົ້າທີ່ມີຄວາມຄຽດຊັງພວກນີ້​
    ແມ່ນ​ມີສ່ວນທີ່​ພາ​ໃຫ້​ມີການໂຈມຕີຂັດຂວາງສື່ມວນຊົນເກືືອບວ່າຈະຢູ່ທຸກບ່ອນ
    ໃນໂລກ, ລວມທັງໃນບັນດາປະເທດປະຊາທິປະໄຕ.”
    ດັດຊະນີສິດເສລີພາບໃນດ້ານການຂ່າວ ຈະຖືກນຳ​ອອກ​ເຜີຍ​ແຜ່ໃນທຸກໆປີ. ມັນຈະ
    ກວດສອບເບິ່ງປັດ​ໄຈຕ່າງໆເຊັ່ນ ຄວາມ​ເປັນ​ອິດສະຫຼະຂອງສື່ມວນຊົນ ແລະ ລະດັບ
    ຂອງການລ່ວງລະເມີດ.
    ຖ້າມີຄຳຖາມ ກ່ຽວກັບ ວ່າບົດລາຍງານນັ້ນມີປະໂຫຍດດີແນວໃດນັ້ນ, ທ່ານຕ້ອງ
    ຖາມນັກຂ່າວທ່ານ Erol Onderoglu ຜູ້ທີ່ໄດ້ປະເຊີນໜ້າກັບການຟ້ອງຮ້ອງຢູ່ປະ
    ເທດ ເທີກີ ​ໃນ​ການການສົ່ງເສີມໜັງສືພິມ ທີ່ສະໜັບສະໜູນຊາວ ເຄີດ.
    ທ່ານ Erol Onderoglu ຕົວແທນອົງການນັກຂ່າວບໍ່ມີພົມແດນຢູ່ ເທີກີ ໄດ້ກ່າວວ່າ “ຂ້າພະເຈົ້າໄດ້ຖືກກັກຕົວເປັນເວລາ 10 ມື້ສຳລັບການຟ້ອງຮ້ອງຕໍ່ຂ້າພະເຈົ້າ
    ແລະ ຂ້າພະເຈົ້າຄວນເວົ້າວ່າ ມັນແມ່ນເວລາທີ່ຄວາມກົດດັນຂອງອົງການສາກົນ
    ແລະ ກຸ່ມສັງຄົມພົນລະເຮືອນແຫ່ງຊາດ ໄດ້ມີຄວາມສຳຄັນ ແລະ ຖືກຮັບພິຈາ
    ລະນາ.”
    ທ່ານ Tom Malinowski ອະດີດເຈົ້າໜ້າທີ່ກະຊວງການຕ່າງປະເທດ ສະຫະລັດ
    ກ່າວວ່າ ມັນມີຄວາມສຳຄັນຫຼາຍທີ່ການກົດດັນນັ້ນຍັງສືບຕໍ່ໃຊ້ໄດ້ຢູ່.
    ທ່ານ Tom Malinowski ໄດ້ກ່າວວ່າ “ທຸກໆຄົນເປັນຫ່ວງ ກ່ຽວກັບ ຊື່​ສຽງຂອງ
    ພວກເຂົາເຈົ້າ. ພວກຜະເດັດການບໍ່ມີຄວາມໝັ້ນຄົງກ່ຽວກັບ ຊື່​ສຽງຂອງພວກ
    ເຂົາເຈົ້າຫຼາຍ​ໄປກວ່າ ພວກທີ່ສົ່ງເສີມປະຊາທິປະໄຕ. ຍ້ອນວ່າ ບັນດາຜູ້ນຳທີ່
    ຖືກເລືອກຢ່າງເປັນປະຊາທິປະໄຕແມ່ນບໍ່ມີເຫດ ຜົນຫຍັງທີ່ຈະເຮັດໃຫ້ມີ​ການ​
    ເສຍ​ຊື່​ສຽງ.”
    ແຕ່ຖ້າບົດລາຍງານຫຼ້າສຸດນີ້ ຫາກແມ່ນການບົ່ງບອກສັນຍານ​ໃດ​ນຶ່ງແລ້ວ, ແມ່ນກະ
    ທັ້ງບາງປະເທດປະຊາທິປະໄຕ ກໍຍັງສືບຕໍ່ບໍ່​ສາມາດ​ປະຕິບັດໄດ້​ຕາມ​ມາດ​ຕະຖານ
    ເທື່ອ.

    ທີ່ມາ:lao.voanew

    ไม่มีความคิดเห็น:

    แสดงความคิดเห็น