ລັດຖະບານເກົາຫລີໃຕ້ໄດ້ໂຕ້ຕອບຄືນຢ່າງວອງໄວຕໍ່ຄໍາຮຽກຮ້ອງຂອງປະທານາທິບໍ
ດີ ສະຫະລັດ ທ່ານດໍໂນລ ທຣໍາ ທີ່ເວົ້າວ່າໃຫ້ລັດຖະບານນະຄອນຫລວງໂຊລ ຈ່າຍ
ເງິນ 1 ຕື້ໂດລາ ສໍາລັບລະບົບລູກສອນໄຟຕໍ່ຕ້ານການຍິງມາໃນລະດັບສູງ ທີ່ເອີ້ນວ່າ
THAAD ນັ້ນ.

ກະຊວງປ້ອງກັນປະເທດເກົາຫລີໃຕ້ໄດ້ອອກຖະແຫລງການໃນວັນສຸກມື້ນີ້ວ່າ “ບໍ່ມີ
ຫຍັງປ່ຽນແປງຢູ່ໃນເກົາຫລີໃຕ້ ແລະທ່າທີຂອງສະຫະລັດກໍຄື ລັດຖະບານພວກເຮົາ
ສະໜອງທີ່ດິນ ແລະສະຖານທີ່ ທີ່ໃຊ້ເປັນການສະໜັບສະໜູນ ແລ້ວສະຫະລັດຮັບ
ຜິດຊອບຕໍ່ຄ່າຕິດຕັ້ງ ຄ່າດໍາປະຕິບັດງານ ແລະຄ່າບໍາລົງຮັກສາ ລະບົບລູກສອນໄຟ
ຕໍ່ຕ້ານການຍິງມາໃນລະດັບສູງ THAAD.”

ການຕິດຕັ້ງ ລະບົບລູກສອນໄຟຕໍ່ຕ້ານການຍິງມາໃນລະດັບສູງ ຫລື THAAD ຊຶ່ງ
ເປັນອາວຸດຍຸດທະພັນໃຊ້ຕ້ານລູກສອນໄຟຂໍປະນາວຸດ ແມ່ນໄດ້ເຊັນຂໍ້ຕົກລົງກັນ
ເມື່ອປີກາຍນີ້ ລະຫວ້າງ ຊຶ່ງເວລານັ້ນແມ່ນລັດຖະບານຂອງປະທານາທິບໍດີ Barac
k Obama ແລະລັດຖະບານຂອງປະທານາທິບໍດີ Park Geun-hye. ທ່ານນາງ
Park ໄດ້ມີຄວາມສາມາດຫລົບຫລີກການຮຽກຮ້ອງ ທີ່ກໍານົດວ່າ ທ່ານນາງຕ້ອງໄດ້
ຂໍຄໍາອະນຸມັດຈາກສະພາ ແຫ່ງຊາດ ສໍາລັບຂໍ້ຕົກລົງດັ່ງກ່າວ ໂດຍອ້າງວ່າຈະບໍ່ຕ້ອງ
ການທຶນໃນການຕິດຕັ້ງລະບົບ THAAD ນີ້.

ແຕ່ວ່າລະຫວ່າງການສຳພາດໃນວັນພະຫັດວານນີ້ ກັບອົງການຂ່າວຣອຍເຕີໃນນະ
ຄອນຫລວງ ວໍຊິງຕັນ ປະທານາທິບໍດີທຣໍາ ກ່າວວ່າ ທ່ານຕ້ອງການໃຫ້ເກົາຫລີໃຕ້
ຈ່າຍຄ່າລະບົບ ດັ່ງກ່າວ.

ທ່ານ Moon Jae-in ຜູ້ສະໝັກປະທານາທິບໍດີ ພັກປະຊາທິປະໄຕເກົາຫລີ ກ່າວລະຫວ່າງການໂຕ້ວາທີ່ຜ່ານທມາງໂທລະພາບ.
ອະດີດເຈົ້າໜ້າທີ່ກະຊວງຕ່າງປະເທດສະຫະລັດຄົນນື່ງ ຄາດຄະເນວ່າ ລາຄາຂອງ
ລະບົບ ດັ່ງກ່າວຈະຕົກຢູ່ປະມານ 1 ພັນ 2 ຮ້ອຍລ້ານໂດລາ ແຕ່ກໍກ່າວວ່າ ສະຫະລັດ
ບໍ່ຢາກຂາຍ THAAD ໃຫ້ແກ່່ນະຄອນໂຊລ.

ທ່ານທຣໍາ ຍັງກ່າວຢູ່ໃນການສຳພາດທີ່ທຳນຽບຂາວວ່າ ທ່ານຕ້ອງການຢາກແກ້ໄຂວິ
ກິດການຢ່າງສັນຕິ ຊຶ່ງອາດຈະຜ່ານໃຊ້ການລົງໂທດທາງເສດຖະກິດ ແຕ່ກ່າວເວົ້າຄື
ກັນວ່າ “ມີໂອກາດທີ່ພວກເຮົາຕ້ອງມີການຄັດແຍ້ງທີ່ຍິ່ງໃຫຍ່ກັບເກົາຫລີເໜືອ
ໃນທີ່ສຸດ.”

ລະບົບລູກສອນໄຟຕໍ່ຕ້ານການຍິງມາໃນລະດັບສູງ ທີ່ເອີ້ນວ່າ THAAD.
ເກົາຫລີໃຕ້ກຳລັງຢູ່ທ່າມກາງການເລືອກຕັ້ງປະທານາທິບໍດີ ທີ່ຈະພາໃຫ້ມີການປົດ
ອະດີດປະທານາທິບໍດີ Park Geun-hye ອອກຈາກຕໍາແໜ່ງ ຍ້ອນຂໍ້ກ່າວຫາທ່ານ
ນາງ ວ່າພົວພັນກັບການສໍ້ລາດຍັງຫລວງຫລາຍລ້ານໂດລາ.

ຜູ້ນຳໜ້າສະໝັກເປັນປະທານາທິບໍດີ ທ່ານ Moon Jae-in ທີ່ອຽງໄປທາງເສລີ
ປະຊາທິປະໄຕພັກຂອງເກົາຫລີ ໄດ້ກ່າວວ່າ ທ່ານຕ້ອງການລ້າຊ້າການຕິດຕັ້ງ
ລະບົບລູກສອນໄຟຕໍ່ຕ້ານຍິງມາລະດັບສູງ (THAAD) ຈົນກວ່າປະທານາທິບໍດີຄົນ
ໃໝ່ເຂົ້າຮັບຕຳແໜ່ງ ແລະສາມາດຊັງຊາຜົນປະໂຫຍດ ແລະການເສຍ.

ທີ່ມາ:http://lao.voanews.com
ไม่มีความคิดเห็น:
แสดงความคิดเห็น