ໃນວັນທີ 16 ພຶດສະພານີ້ ຢູ່ນະຄອນຫຼວງປັກກິ່ງ,ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນ, ປະທານປະເທດຈີນ ໄດ້ພົບປະກັບທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ສູນກາງພັກປະຊາຊົນປະຕິວັດ, ປະທານປະເທດແຫ່ງ ສປປ ລາວໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ".
ໂອກາດດັ່ງກ່າວ, ທ່ານ ສີຈິ້ນຜິງ ໄດ້ສະແດງຄວາມຍິນດີຕ້ອນຮັບທ່ານ ບຸນຍັງ ທີ່ເຂົ້າຮ່ວມກອງປະຊຸມດັ່ງກ່າວແລະຢ້ຽມຢາມຈີນ ທັງສະແດງຄວາມຂອບໃຈ ລາວ ໂດຍສະເພາະສະຫາຍເລຂາທິການໃຫຍ່ທີ່ໄດ້ສະໜັບສະໜູນຈີນຈັດກອງປະຊຸມຢ່າງແຂງແຮງ. ຈີນຊົມເຊີຍລາວທີ່ຕັ້ງໜ້າສະໜັບສະໜູນແລະເຂົ້າຮ່ວມການສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ" ແລະພ້ອມຖືໂອກາດດັ່ງກ່າວ ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບລາວ ເພື່ອບັນລຸການພັດທະນາ ແລະສ້າງອະນາຄົດທີ່ສົດໃສຮ່ວມກັນ.
ທ່ານປະທານ ບຸນຍັງ ວໍລະຈິດ ໄດ້ຊົມເຊີຍເວທີປຶກສາຫາລືສຸດຍອດການຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ" ທີ່ໄດ້ຮັບໝາກຜົນຢ່າງຫຼວງຫຼາຍ ແລະເຊື່ອວ່າ ຈະສາມາດຊຸກຍູ້ການເຊື່ອມຈອດກັນແລະການເຕີບໂຕທາງເສດຖະກິດຂອງອາຊີຢ່າງແຂງແຮງ ແລະນຳເອົາໂອກາດໃຫ້ແກ່ການພັດທະນາຂອງລາວຫຼາຍກວ່າເກົ່າ. ຂະນະດຽວກັນ, ລາວຕີລາຄາສູງຕໍ່ໝາກຜົນຂອງການພັດທະນາສາຍພົວພັນສອງປະເທດ ແລະພໍໃຈຕໍ່ຄວາມຄືບໜ້າຂອງໂຄງການຮ່ວມມືໃຫຍ່ລະຫວ່າງສອງຝ່າຍພາຍໃຕ້ຂອບ "ໜຶ່ງແລວທາງໜຶ່ງເສັ້ນທາງ". ຂະນະດຽວກັນກໍຫວັງຮັກສາການຢ້ຽມຢາມລະຫວ່າງການນຳສອງພັກຢ່າງແໜ້ນແຟ້ນ, ເພີ່ມທະວີການຖອດຖອນບົດຮຽນໃນການບໍລິຫານປະເທດແລະຍົກລະດັບຄວາມສາມາດຂອງພະນັກງານ, ລົງເລິກການຮ່ວມມືທາງເສດຖະກິດ, ການຄ້າ, ການລົງທຶນ, ການສ້າງພື້ນຖານໂຄງລ່າງ ແລະພັດທະນາທ້ອງຖິ່ນ ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດກໍຄືພາກພື້ນນີ້.
ຫຼັງການພົບປະ, ປະມຸກລັດສອງປະເທດໄດ້ເປັນສັກຂີພິຍານໃນພິທີລົງນາມການຮ່ວມມືໃນຂົງເຂດການສ້າງ "ໜຶ່ງແລວທາງໜຶ່ງເສັ້ນທາງ", ເສດຖະກິດເຕັກນິກ, ການສຶກສາ, ພະລັງງານໄຟຟ້າ ແລະອື່ນໆ.
ທີ່ມາ:CRI-FM93



ไม่มีความคิดเห็น:
แสดงความคิดเห็น