ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพุธที่ 17 พฤษภาคม พ.ศ. 2560

    ບໍລິສັດ ຄວາມປອດໄພ ເຫັນວ່າ ເກົາຫຼີເໜືອ ອາດພົວພັນ ກັບການໂຈມຕີ ທາງອິນເຕີແນັດ


    ບັນດາ​ນັກ​ຄົ້ນຄວ້າ​ຄວາມ​ປອດ​ໄພ​ອິນ​ເຕີແນັດ ​ໃນ​ວັນຈັນ​ວານ​ນີ້​ໄດ້​ຊີ້​ໃສ່​ລະຫັດ​ຢູ່​ໃນ
    ການ​ໂຈມ​ຕີ “Ransomeware” ທີ່ອາດ​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ການ​ເຊື່ອມ​ໂຍງ​ກັບ​ເກົາ
    ຫລີ​ເໜືອ.
    ຫ້ອງແລັບ Symantec ​ແລະ Kaspersky ຕ່າງ​ກໍ​ໄດ້​ໃຫ້​ຂໍ້​ສັງ​ເກດ​ເຖິງລະຫັດ ທີ່ໄດ້​
    ໃຊ້​ມາ​ກ່ອນ ​ໂດຍ​ພວກ​ເ​ຈາະຂໍ້​ມູນ ທີ່​ຮູ້​ກັນໃນ​ຊື່ກຸ່ມ Lazarus ທີ່​ໄດ້​ຢູ່​ເບື້ອງ​ຫລັງ​ການ
    ​ໂຈມ​ຕີ​ເຈາະ​ຂໍ້​ມູນ​ທີ່​ມີ​ຊື່​ສຽງໃນ​ປີ 2014 ຕໍ່​ບໍລິສັດ Sony ທີ່​ຍັງ​ໄດ້​ມີ​ການຖິ້ມ​ໂທດ​ໃສ່​
    ເກົາຫລີ​ເໜືອ.


    ​ແຕ່​ວ່າ​ບັນດາ​ບໍລິສັດ​ຄວາມ​ປອດ​ໄພ​ໄດ້​ລະມັດລະວັງ​ໂດຍ​ກ່າວ​ວ່າ ມັນ​ຍັງ​ໄວ​ເກີນ​ໄປ​
    ທີ່​ຈະ​ລົງ​ຄວາມ​ເ​ຫັນ​ຢ່າງ​ແນ່ນອນ​ໃດໆ ຢູ່​ໃນ​ພາກ​ສ່ວນ ​ເພາະວ່າ​ລະຫັດນີ້​ໄດ້​ຖືກ​ກ່າຍ
    ແກະ​ຈາກ​ຜູ້​ໃດ​ຜູ້​ນຶ່ງ ​ໃນ​ການ​ໃຊ້​ຢູ່​ໃນ​ເຫດການ​ປັດ​ຈຸ​ບັນ.


    ຜົນ​ກະທົບ​ຂອງການ​ໂຈມ​ຕີ Ransomeware ປາກົດ​ວ່າ​ໄດ້​ຫລຸດຜ່ອນ​ລົງ​ໃນ​ວັນ​ຈັນ​
    ວານ​ນີ້ ​ເຖິງ​ແມ່ນ​ວ່າ ຄອມພິວ​ເຕີອີກ​ຫລາຍ​ພັນ​ໜ່ວຍ ສ່ວນ​ໃຫຍ່​ຢູ່​ໃນ​ເອ​ເຊຍ ​ໄດ້​ຖືກ
    ​ໂຈ​ມຕີ​ໃນ​ຂະນະ​ທີ່​ຜູ້​ຄົນ​ພາກັນ​ເຊັນ​ເຂົ້າ​ຢູ່​ບ່ອນ​ເຮັດ​ວຽກ​ ​ເປັນ​ເທື່ອ​ທຳ​ອິດ​ນັບ​ແຕ່ໄວ
    ຣັສໄດ້ແຜ່ລາມໄປ​ຫາ 150 ປະ​ເທດໃນ​ທ້າຍ​ອາທິດ​ແລ້ວ​ນີ້.
    ທ່ານ Tom Bossert ທີ່ປຶກສາກະ​ຊວງ​ຮັກສາ​ຄວາມ​ປອດ​ໄພ ພາຍໃນ​ຂອງສະຫະລັດ ຂອງປະທານາທິບໍດີດໍໂນລ ທຣໍາ
    ທ່ານ Tom Bossert ທີ່ປຶກສາກະ​ຊວງ​ຮັກສາ​ຄວາມ​ປອດ​ໄພ ພາຍໃນ​ຂອງສະຫະລັດ ຂອງປະທານາທິບໍດີດໍໂນລ ທຣໍາ
    ບັນດາ​ເຈົ້າ​ໜ້າ​ທີ່​ສາທາລະນະ​ສຸກ​ໃນ​ອັງກິດ ບ່ອນ​ທີ່​ມີ​ການຜ່າຕັດ ​ແລະ​ນັດ​ໝາຍ​ກັບ​
    ທ່ານໝໍ​ຢູ່​ໃນ​ລະບົບ​ປິ່ນປົວ​ສຸຂະພາບນັ້ນ ​ໄດ້​ຮັບ​ຜົນ​ກະທົບ​ຢ່າງ​ຮ້າຍ​ແຮງ​ໃນ​ວັນ​ສຸກ​
    ແລ້ວ​ນີ້ ​ແລະ​ຍັງ​ມີ​ບັນຫາມາ​ຈົນຮອດ​ວັນ​ຈັນ​ວານ​ນີ້. ​ແຕ່​ລັດ ຖະມົນຕີ​ສາທາລະນະ​ສຸກ
    ທ່ານ​ Jeremy Hunt ກ່າວ​ວ່າ​ມັນ​ໄດ້​ເປັນ​ທີ່ “ພໍໃຈ” ທີ່ຄື້ນຟອງການໂຈມຕີເທື່ອທີ່
    ສອງບໍ່ໄດ້ເປັນຜົນກະທົບ.


    ທ່ານກ່າວວ່າ “ລະດັບກິດຈະການໆກະທໍາຜິດ ໄດ້ຢູ່ຕໍ່າສຸດກວ່າໄລຍະທີ່ພວກເຮົາ
    ໄດ້ຄາດໝາຍເອົາໄວ້,”
    ຢູ່ໃນສະຫະລັດ ທ່ານ Tom Bossert ທີ່ປຶກສາກະ​ຊວງ​ຮັກສາ​ຄວາມ​ປອດ​ໄພ ພາຍ
    ​ໃນ​ຂອງສະຫະລັດ ຂອງປະທານາທິບໍດີດໍໂນລ ທຣໍາ ກ່າວຕໍ່ໂທລະພາບ ABC ວ່າ ການໂຈມຕີທາງອິນເຕີແນັດຢູ່ທົ່ວໂລກແມ່ນສິ່ງນຶ່ງທີ່ “ທີ່ພວກເຮົາ ໄດ້ຄວບຄຸມໄວ້ໄດ້ສຳລັບປັດຈຸບັນ.”
    ຜູ້ຊາຍຄົນນຶ່ງ ກຳລັງຕີລະຫັດລັບຄອມພິວເຕີ.
    ຜູ້ຊາຍຄົນນຶ່ງ ກຳລັງຕີລະຫັດລັບຄອມພິວເຕີ.
    ທ່ານໄດ້ກ່າວຕໍ່ທຳນຽບຂາວວ່າ “ໜ້ອຍກວ່າ 70,000 ໂດລາໄດ້ຈ່າຍ​ເງິນຄ່າໄຖ່ ແກ່
    ພວກທີ່ທຳການໂຈມຕີ. ທ່ານໄດ້ຮຽກຮ້ອງໃຫ້ບັນດາຜູ້ໃຊ້ຄອມພິວເຕີຈົ່ງເຮັດ ໃຫ້ເປັນໍ່
    ທີ່ແນ່ນອນວ່າເຂົາເຈົ້າຕິດຕັ້ງ software ເພື່ອປົກປ້ອງເຂົາເຈົ້າເອງຕ້ານ ການໂຈມຕີ
    ທາງອິນເຕີແນັດອະນາຄົດ.
    ທີ່ມາ:voalao

    ไม่มีความคิดเห็น:

    แสดงความคิดเห็น