ລັດຖະບານໄດ້ມີຄໍາສັ່ງເຖິງບັນດາທ່ານລັດຖະມົນຕີ, ຫົວໜ້າອົງການທຽບເທົ່າກະຊວງ, ປະທານສູນກາງແນວລາວສ້າງຊາດ, ຫົວໜ້າອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ເຈົ້າຄອງນະຄອນຫຼວງວຽງຈັນ ບັນດາເຈົ້າແຂວງ ແລະ ອໍານວຍການຂອງລັດວິສາຫະກິດໃນທົ່ວປະເທດ ໃຫ້ພ້ອມກັນປະຢັດລາຍຈ່າຍງົບປະມານຂອງລັດ ເຊິ່ງມີຜົນນັບແຕ່ວັນທີ 19 ພຶດສະພາ 2017 ເປັນຕົ້ນໄປ.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລົງນາມໃນຄໍາສັ່ງສະບັບເລກທີ 09/ນຍ, ລົງວັນທີ 19 ພຶດສະພາ 2017 ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ, ໂດຍໃຫ້ທຸກຂະແໜງການຂອງລັດ ເອົາໃຈໃສ່ຈັດຕັ້ງປະຕິບັດນະໂຍບາຍປະຢັດແຫ່ງຊາດ ເຂົ້າໃນວຽກງາຂອງຕົນໃນການນໍາໃຊ້ງົບປະມານ, ທຶນ, ຊັບສິນ ແລະ ເວລາທາງລັດຖະການຢ່າງເຂັ້ມງວດ. ເຄັ່ງຄັດປະຕິບັດແຜນງົບປະມານແຫ່ງລັດ ຕາມທີ່ສະພາແຫ່ງຊາດຮັບຮອງຢ່າງມີຈຸດສຸມ, ບົນຈິດໃຈປະຢັດເຮັດໃຫ້ງົບປະມານເກີດປະໂຫຍດສູງສຸດໃຫ້ແກ່ການພັດທະນາ , ເພີ່ມທະວີປະຕິບັດລະບຽບການປະມູນຈັດຊື້ຢ່າງເຂັ້ມງວດ, ຈັດບູລິມະສິດໜ້າວຽກໃຫ້ມີແຜນງານ, ໂຄງການ, ແຜນຄົນ ແລະ ແຜນເງິນຢ່າງຊັດເຈນ, ຈັດຕັ້ງປະຕິບັດຢ່າງໂປ່ງໃສ ແລະ ສາມາດຕິດຕາມກວດສອບໄດ້ທຸກຂັ້ນຕອນ, ໃຫ້ທຸກຫົວໜ່ວຍງົບປະມາຂອງລັດນຳໃຊ້ງົບປະມານຂອງລັດ ໃນແຕ່ລະເນື້ອໃນລາຍຈ່າຍຢ່າງປະຢັດ ແລະ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກໍານົດໄວ້ໂດຍສຸມໃສ່ບາງດ້ານເປັນຕົ້ນ. ເອົາໃຈໃສ່ເຂັ້ມງວດໃນການກວດກາຄືນຈໍານວນພະນັກງານ-ລັດຖະກອນ ທີມີຕົວຈິງ, ການຈ່າຍເງິນອຸດໝູນ ແລະ ເງິນນະໂຍບາຍຕ່າງໆເປັນຕົ້ນເງິນອຸດໜູນເຂດຫ່າງໄກສອກຫຼີກ, ເງິນນະໂຍບາຍລູກ, ເງິນນະໂຍບາຍເມຍຮັບປະກັນການຈັດຕັ້ງປະຕິບັດຖືກຕ້ອງຕາມກົດໝາຍ ແລະ ລະບຽບການກໍານົດ, ບໍ່ໃຫ້ມີິການຈ່າຍຊ້ຳຊ້ອນ, ຈ່າຍເກີນ ແລະ ຫ້າມຈ່າຍເງິນເດືອນໃຫ້ບຸກຄົນທີ່ບໍ່ມີໜ້າຕົວຈິງຢ່າງເດັດຂາດ.
ຄໍາສັ່ງດັ່ງກ່າວ, ໄດ້ກວມເອົາການຄຸ້ມຄອງນຳໃຊ້ງົບປະມານບໍລິຫານ ແລະ ຈັດຊື້ໃໝ່, ການລົງທຶນຂອງລັດ, ການນໍາໃຊ້ທຶນກູ້ຢືມ-ທຶນຊ່ວຍເຫຼືອລ້າຈາກຕ່າງປະເທດ ແລະ ອື່່ນໆ ໃຫ້ປະຢັດ ແລະ ຖືກຕອ້ງຕາມລະບຽບກົດໝາຍຢ່າງເຂັ້ມງວດ.

(ຈາກໜັງສືພິມຂ່າວສານປະເທດລາວ)
ไม่มีความคิดเห็น:
แสดงความคิดเห็น