ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพุธที่ 24 พฤษภาคม พ.ศ. 2560

    "ນາ​ຍົກ​ອັງ​ກິດ​ປະ​ກາດ​ຍົກ​ລະ​ດັບ​ເຕືອນ​ໄພ​ກໍ່​ການ​ຮ້າຍ​ເຖິງ​ຂັ້ນ​ສູງ​ສຸດ"

    ຕາມ​ຂ່າວCRI: ພາຍຫຼັງ​ເກີດ​ເຫດ​ການ​ລະ​ເບີດ​ກໍ່​ການ​ຮ້າຍ​ຢູ່​ເມືອງ​ແມນ​ເຊ​ສ​ເຕີ​ແລ້ວ, ຕອນ​​​ເດິກວັນ​ທີ 23 ເດືອນ​ນີ້, ທ່ານ​ນາງ​ເທ​ເຣ​ຊາ ​ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​​ກໍໄດ້​ປະ​ກາດ​​ຍົກລະ​ດັບ​ເຕືອນ​ໄພ​ກໍ່​ການ​ຮ້າຍ​ຈາກ "​ລະ​ດັບໜັກ​ໜ່ວງ" ຂຶ້ນເຖິງ​ "ລະ​ດັບ​ອັນ​ຕະ​ລາຍ" ເຊິ່ງ​ເປັນ​ລະ​ດັບ​ສູງ​ສຸດ​ໃນ 5 ລະ​ດັບ​ເຕືອນ​ໄພ.
    ທ່ານ​ນາງ​ເທ​ເຣ​ຊາ ​ເມ​ຍັງ​ປະ​ກາດ​ວ່າ, ​ຈາກການ​ບັນ​ຊາ​ຂອງ​ເຈົ້າ​ໜ້າ​ທີ່​ຕຳຫຼວດ, ​ທະ​ຫານ​ຈະ​ເຂົ້າ​​ມາ​ເຮັດ​ໜ້າ​ທີ່ແທນ​ຕຳຫຼວດ​ປະ​ກອບ​ອາ​ວຸດເພື່ອ​ເພີ່ມ​ການ​ລາດ​ຕະ​ເວນ​ຢູ່​ສະ​ຖານ​ທີ່​ສຳ​ຄັນ​ຕ່າງໆ ເຊັ່ນ: ຫໍ​ສະ​ພາ, ສະ​ຖາ​ນີ​ລົດ​ໄຟ ແລ​ະ​ອື່ນໆ. ຂະ​ນະ​ດຽວ​ກັນ, ເຈົ້າ​ໜ້າ​ທີ່​ທະ​ຫານ​ກໍ​ຈະ​ປະ​ສານ​ສົມ​ທົບ​ກັບ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ຕາມ​ງານ​ຄອນ​ເສີດ, ການ​ແຂ່ງ​ຂັນ​ເຕະບານ​ ແລະ​ກິດ​ຈະ​ກຳ​ໃຫຍ່​ຕ່າງໆ.






    ທີ້ມາ:cri-fm93

    ไม่มีความคิดเห็น:

    แสดงความคิดเห็น