ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพุธที่ 10 พฤษภาคม พ.ศ. 2560

    ຜູ້ນຳໃໝ່ເກົາຫຼີໃຕ້ ພ້ອມໄປເກົາຫຼີເໜືອ "ຈະເຮັດທຸກຢ່າງ ເພື່ອສັນຕິພາບ" ດ້ານເກົາຫຼີເໜືອສົ່ງສັນຍານ ມັກຜູ້ນຳເກົາຫຼີໃຕ້ຜູ້ໃໝ່ນີ້



    ປະທານາທິບໍດີ ມຸນ ແຈ ອິນ ຂອງເກົາຫຼີໃຕ້ ປະກາດລະຫວ່າງຖະແຫຼງການ ຄັ້ງທຳອິດ ຫຼັງສາບານຕົນເຂົ້າຮັບຕຳແໜ່ງ ປະທານາທິບໍດີເກົາຫຼີໃຕ້ຄົນທີ່ 19 ວ່າ ຈະຈັດການກັບບັນຫາເສດຖະກິດ ແລະ ເດີນໜ້າຟື້ນຟູຄວາມສຳພັນກັບເກົາຫຼີເໜືອ ທັງຍັງລະບຸວ່າ ພ້ອມທີ່ຈະເດີນທາງໄປນະຄອນຫຼວງປຽງຢາງ ຂອງເກົາຫຼີເໜືອ ພາຍໃຕ້ເງື່ອໄຂທີ່ເໝາະສົມ.

    ທັງນີ້ ເປັນທີ່ຮູ້ກັນດີວ່າ ມຸນ ແຈ ອິນ ເປັນພວກເສລີນິຍົມ ແລະ ເຫັນວ່າ ຕ້ອງມີການເຈລະຈາກັບເກົາຫຼີເໜືອ ເພື່ອແກ້ໄຂຄວາມຕຶງຄຽດເທິງແຫຼມສະໝຸດເກົາຫຼີ ໂດຍລະບຸວ່າ ລາວພ້ອມທີ່ຈະເຮັດທຸກຢ່າງ ຫາກຈະຊ່ວຍໃຫ້ສາມາດສ້າງສັນຕິພາບ ເທິງແຫຼມສະໝຸດເກົາຫຼີໄດ້.

    “ຖ້າຈຳເປັນ ຂ້ອຍກໍ່ພ້ອມທີ່ຈະເດີນທາງໄປນະຄອນຫຼວງ ວໍຊິງຕັນ, ລວມໄປເຖິງປັກກິ່ງ, ໂຕກຽວ ແລະ ແມ່ນກະທັ່ງປຽງຢາງ ຫາກເງື່ອນໄຂເໝາະສົມ” ປະທານາທິບໍດີ ມຸນ ແຈ ອິນ.

    ຢ່າງໃດກໍ່ຕາມ ເກົາຫຼີເໜືອ ຍັງບໍ່ສະແດງທ່າທີໃດໆອອກມາ ຢ່າງເປັນທາງການ ຕໍ່ຄຳປະກາດຂອງ ປະທານາທິບໍດີໃໝ່ ຂອງເກົາຫຼີໃຕ້ ແຕ່ທາງດ້ານ BBC ລະບຸວ່າ ເກົາຫຼີເໜືອເຄີຍສົ່ງສັນຍານ ກ່ອນໜ້ານີ້ວ່າ ມຸນ ແຈ ອິນ ແມ່ນຜູ້ສະໝັກທີ່ທາງເກົາຫຼີເໜືອຊື່ນຊົມ.
    Cr:devcrown

    ไม่มีความคิดเห็น:

    แสดงความคิดเห็น