ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพุธที่ 10 พฤษภาคม พ.ศ. 2560

    ສຸດຍອດ SONY MOTION EYE ເທັກໂນໂລຊີ ທີ່ເຮັດໃຫ້ SMARTPHONE XPERIA XZ PREMIUM ສາມາດບັນທຶກວິດີໂອສະໂຣໂມຊັ່ນໄດ້ 960 ເຟຣມຕໍ່ວິນາທີ ( ມີຄລິບ)

    ສຸດຍອດ Sony Motion Eye ເທັກໂນໂລຊີ ທີ່ເຮັດໃຫ້ Smartphone  Xperia XZ Premium ສາມາດບັນທຶກວິດີໂອສະໂຣໂມຊັ່ນໄດ້ 960 ເຟຣມຕໍ່ວິນາທີ ( ມີຄລິບ)


    ສຳລັບເພື່ອນໆທີ່ເປັນແຟນໜັງລະດັບຍັກໃຫຍ່ ອາລັງການງານສ້າງ ຍັງຈື່ໄດ້ບໍ່ ເລື່ອງ ກຣາບຟິກ ຂອງ The Matrix ຕອນທີ່ລູກປືນແຫກອາກາດມາຢູ່ຂ້າງຕົວ ເຊີ່ງອາດຈະໄດ້ເຫັນມາແລ້ວ 20 ປີກ່ອນ ເຊີງໃນເວລານັ້ນຕ້ອງໄດ້ໃຊ້ອຸປະກອນຂັ້ນສູງໃນການຖ່າຍທຳ ແລະ ເຕັກນິກພິເສດອີກຫລາກຫຼາຍ. ແຕ່ເວລາຕໍ່ມາ ເທັກໂນໂລຊິ ໄດ້ມີການພັດທະນາຈົນກະທັ້ງ Smartphone ຢ່າງໜ້ອຍ 2-3 ລຸ້ນ ທີ່ມີຄວາມສາມາດໃກ້ຄ້ຽງກັບອຸປະກອນຖ່າຍທຳຂັ້ນສູງໃນເມື່ອກ່ອນ. 


    ໃນງານ Mobile World Congress ປີນີ້ Sony ໄດ້ເປິດຕົວ Smartphone Xperia XZ premium ແລະ Xperia XZs  ໂດຍມີທັ້ງສອງລຸ້ນມີກ້ອງຖ່າຍຮູບລຸ້ນໃຫມ່ ທີ່ສາມາດໃຊ້ເຕັກນິກພິເສດບ່າງຢ່າງເຂົ້າໃນການບັນທຶກວິດີໂອແບບ ສະໂຣໂມຊັ່ນ (Slow-motion)  ທີ່ມີລະບົບເຟຣມຕໍ່ເນື່ອງໄດ້ດີກວ່າ Smartphone ລຸ້ນອື່ນ ເຖີງ 4 ເທົ່າຕົວ ແລະ ຍັງສາມາດທີ່ຈະບັນທຶກພາບໃນຊ່ວງເວລາກ່ອນຈະກົດປຸ່ມຊັດເຕີ ອີກດ້ວຍ.. 


    ໜ້າຕາຂອງ Xperia XZ Premium ຈະເປັນແນວໃດ ມີຫຍັງດີແນ່ ຊົມຄລິບເລີຍ


    ຂອບໃຈຂໍ້ມູນຈາກ: Siamphone by: PhoneArena  ,tholasap

    ไม่มีความคิดเห็น:

    แสดงความคิดเห็น