ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพฤหัสบดีที่ 15 มิถุนายน พ.ศ. 2560

    ນະຄອນຫຼວງວຽງຈັນຕ້ອງການລົງທຶນໃນ10ໂຄງການຕາມທິດທາງຍືນຍົງ


    ໃນງານສຳມະນາ ການຮ່ວມມືແລະພັດທະນາເມືອງແຮກສ່ຽວສາກົນ ຄຸນໝີງ2017ທີ່ຈັດຂຶ້ນໃນວັນທີ13ມິຖຸນານີ້, ທ່ານບຸນທ່ຽງ ຂຸນສີ ຄະນະປະຈຳພັກ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນກ່າວວ່າ, ການລົງທຶນຂອງຈີນຢູ່ນະຄອນຫຼວງວຽງຈັນນັບມື້ນັບຫຼາຍຂຶ້ນ.
    *ການລົງທຶນຂອງສປຈີນໃນປະເພດກິດຈະການທົ່ວໄປ:ແຕ່ປີ2009ຫາເດືອນມິຖຸນາປີ2017, ການລົງທຶນຈາກຈີນທີ່ໄດ້ຮັບການຂຶ້ນທະບຽນວິສາຫະກິດທັງໝົດ185ຫົວໜ່ວຍ,ມີທຶນຈົດທະບຽນທັງໝົດ6,450,000ໂດລາ.
    *ນອກນີ້ວິສາຫະກິດຈີນຍັງໄດ້ລົງທຶນໃນເຂດເສດຖະກິດສະເພາະມີ3ໂຄງການ,ຄື: ເຂດພັດທະນາກວມລວມໄຊເສດຖາ, ເຂດເສດຖະກິດສະເພາະບຶງທາດຫຼວງແລະເຂດນິຄົມອຸດສາຫະກຳແລະການຄ້າວຽງຈັນ, ເຊິ່ງມູນຄ່າການລົງທຶນທັໝົດ1,771,000,000ໂດລາ.
    *ທ່ານບຸນທ່ຽງກ່າວຕື່ມອີກວ່າ,ໂຄງການຜະລິດເປັນສິນຄ້າ ແລະບໍລິການປາຍແຫຼມຕາມທິດທາງຍືນຍົງຂອງນະຄອນຫຼວງວຽງຈັນ(ໂຄງການຮຽກການລົງທຶນ) ມີ10ໂຄງການ,ຄື:ໂຄງການລ້ຽງງົວເປັນສິນຄ້າ,ໂຄງການປຸງແຕ່ງຜະລິດຕະພັນຈາກຊີ້ນ, ໂຄງການພັດທະນາກະສິກຳອິນຊີ(ເຂົ້າແລະຜັກ), ໂຄງການປຸງແຕ່ງຜະລິດຕະພັນເຂົ້າເປັນສິນຄ້າ,ໂຄງການຜະລິດເຄື່ອງເຮືອນໃໝ່,ໂຄງການຜະລິດຫົວອາຫານສັດ, ໂຄງການຜະລິດນໍ້າດື່ມແຮ່ທາດ, ໂຄງການຊຸກຍູ້ການລ້ຽງປາພື້ນເມືອງເປັນສິນຄ້າ, ໂຄງການຊຸກຍູ້ປູກໝາກພ້າວຫອມເປັນສິນຄ້າ,ໂຄງການສົ່ງເສີມການບໍລິການ ແລະຈຳໜ່າຍສິນຄ້າໃນເຂດນິຄົມອຸດສາຫະກຳນະຄອນຫຼວງວຽງຈັນ.
    cr: cri-fm93

    ไม่มีความคิดเห็น:

    แสดงความคิดเห็น