ຕາມຂ່າວສານຊິນຮວາ: ຈາກກໍລະນີທີ່ອະດີດສະມາຊິກສະພາຫຼາຍກວ່າ 50 ຄົນກິນເຂົ້າຮ່ວມກັນຢູ່ໂຮງແຮມຫຼັງໜຶ່ງໃນບາງກອກໃນຕອນຄ່ຳວັນທີ 10 ມິຖຸນານີ້ຖືກເຈົ້າໜ້າທີ່ຕຳຫຼວດຫ້າມນັ້ນ,ທ່ານປະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີໄທກ່າວຕໍ່ສື່ຫຼັງກອງປະຊຸມຄະນະລັດຖະບານໃນວັນທີ 12 ເດືອນນີ້ວ່າ,ຄະນະກຳມະການຮັກສາຄວາມສະຫງົບແຫ່ງຊາດຍັງບໍ່ທັນຍົກເລີກຂໍ້ຫ້າມຊຸມນຸມທາງການເມືອງເທື່ອ,ດັ່ງນັ້ນຈຶ່ງບໍ່ອະນຸຍາດໃຫ້ຈັດກິດຈະກຳໃດໆທີ່ກ່ຽວພັນກັບການເມືອງໃນລັກສະນະນີ້.
ທ່ານປະວິດຍັງກ່າວວ່າ,ກ່ອນບັນດານັກການເມືອງຈະຫາລືສະພາບການທາງການເມືອງນັ້ນ,ທາງທີ່ດີຄວນຕອບຄຳຖາມ 4 ຂໍ້ທີ່ທ່ານນາຍົກຕັ້ງຂຶ້ນກ່ອນໜ້ານີ້ດ້ວຍເສັ້ນທາງທີ່ຊອບທຳຈະດີກວ່າເຊິ່ງຄຳຖາມ 4 ຂໍ້ປະກອບມີ: ການເລືອກຕັ້ງຈະໄດ້ລັດຖະບານທີ່ດີຫຼືບໍ່; ຖ້າບໍ່ໄດ້,ຄວນຈະເຮັດແນວໃດ; ຖ້າເອົາໃຈໃສ່ແຕ່ການເລືອກຕັ້ງຢ່າງດຽວຫາກບໍ່ພິຈາລະນາເຖິງອະນາຄົດແລະບັນຫາອື່ນໆຂອງປະເທດຖືກຕ້ອງບໍ່; ນັກການເມືອງທີ່ເຄີຍມີ "ການກະທຳທີ່ບໍ່ຖືກຕ້ອງ"ນັ້ນສົມຄວນຈະມີໂອກາດເຂົ້າສູ່ການເລືອກຕັ້ງອີກຫຼືບໍ່.
Cr:cri-fm93

ไม่มีความคิดเห็น:
แสดงความคิดเห็น