ນໍ້າເຜິ້ງຄືຜົນຜະລິດຂອງນ້ຳຫວານຈາກດອກໄມ້ ແລະ ຈາກແຫຼ່ງອື່ນໆ ທີ່ເຜິ້ງນຳມາເກັບສະສົມໃວ້ໂດຍຜ່ານຂັ້ນຕອນການປ່ຽນແປງທາງກາຍະພາບ ແລະ ທາງເຄມີ ແລ້ວສະສົມໃວ້ໃນຮັງເຜີ້ງເຊິ່ງປົກກະຕິແລ້ວນໍ້າເຜິ້ງຈະມີກິ່ນ, ລົດຊາດທີຕ່າງກັນອອກໄປຕາມຊະນິດຂອງພືດນັ້ນໆ ຈຶ່ງສາມາດລະບຸຊະນິດຂອງນໍ້າເຜິ້ງຕາມຊະນິດຂອງພືດນັ້ນໆໄດ້ເຊັ່ນ: ນ້ຳເຜິ້ງດອກສົ້ມ,ດອກລຳໄຍ,ດອກຫລິນຈີ່ ກໍຈະແຕກຕ່າງກັນໄປຊຶ່ງນິຍົມກັນນຳເຂົ້າມາໃຊ້ເປັນສານໃຫ້ຄວາມຫວານໃນອາຫານ ຫຼື ເຄື່ອງດື່ມນາໆຊະນິດ
ປະໂຫຍດຂອງນໍ້າເຜິ້ງ ນັ້ນມີຫລາຍອັນ ເພາະນໍ້າເຜິ້ງມີສ່ວນປະສົມຂອງນໍ້າຕານແລະສານປະກອບອື່ນໆ ຊຶ່ງສ່ວນໃຫ່ຍຈະເປັນຟັກໂທສ ແລະ ກັບກູໂຄສ ແລະ ວິຕາມິນບີ 3, ວິຕາມິນບີ 5, ວິຕາມິນບີ 6, ກົດໂຟລິກ ,ວິຕາມິນຊີ,ທາດແຄລຊຽນ, ທາດແມັກນິຊຽນ, ທາດໂຊດຽນ ,ທາດໂພແທສຊຽນ,ທາດຟອສຟອຣ, ທາດເຫລັກ,ທາດທອງແດງ ,ທາດສັງກະສີ ເປັນຕົ້ນສຳລັບສານປະກອບອື່ນໆ ທີ່ມີຢຸ່ໃນປະລິມານພຽງນ້ອຍໜຶ່ງນັ້ນຈະເປັນສານທີ່ເຮັດໜ້າທີຊ່ວຍຕໍ່ຕ້ານອານຸມູນອິດສະຫຼະເປັນຫຼັກ
ປະໂຫຍດຂອງນໍ້າເຜີ້ງ
1.ຊ່ວຍເພີ່ມຄວາມສົດຊື່ນໃຫ້ແກ່ຮ່າງກາຍ
2.ມີສານຕໍ່ຕ້ານອະນຸມູນອິດສະຫຼະຊ່ວຍສະລໍໄວ
3.ຊ່ວຍປ້ອງກັນການເກີດຮອຍແປ້ວຕາມໃບໜ້າ
4.ຊ່ວຍບຳລຸ່ງຜິວພັນໃຫ້ເປັ່ງປັ່ງ ສົດໃສ່ຊຸ່ມຊື່ນເປັນທຳມະຊາດ
5.ພອກໝ້າດ້ວຍນ້ຳເຜິ້ງຊ່ວຍບຳລຸງຮັກສາຜິວໝ້າໃຫ້ອ່ອນໄວຊຸ່ມຊື່ນແລະນຸ້ມນວນຫລັງລ້າງໜ້າແລ້ວໃຫ້ນ້ຳກ້ວຍຫອມໜຶ່ງໜ້ວຍມາບົດປະສົມກບນ້ຳເຜິ້ງແລ້ວເອົາມາທາໜ້າປະໄວ້
6. ຊ່ວຍບຳລຸງຮັກສາຜິວໜ້າທີ່ແຫ້ງແຕກດ້ວຍການນຳເອົາໄຂແດງໜຶ່ງ
7. ຊ່ວຍບຳລຸງສະໝອງຊ່ວຍໃນເລື່ອງຂອງຄວາມຈຳ
8.ຊ່ວຍປົກປ້ອງລັງສີຈາກ UV ແລະຊ່ວຍເສີມສ້າງເຊວຜິວໜັງ
9. ຊ່ວຍບຳລຸງເສັ້ນຜົມໃຫ້ນຸ້ມເງົາງາມ
10. ຊ່ວຍລົດສິວສ້ຽນສິວອຸດຕັນເທິ່ງໃບໜ້າ
11.ນິຍົມມາໃຊ້ປະສົມໃນເຄື່ອງດື່ມຕ່າງໆເຊັ່ນ; ນົມ ,ຊາ , ກາເຟ, ໂຍເກິດ, ໝາກນາວ ຫລື ເບຍ,ວາຍ
12.ນຳມາໃຊ້ເປັນສວນປະສົມເຂົ້າໜົມຫວານຕ່າງໆ
13.ໃຊ້ນໍ້າເຜິ້ງແທນສານກັນບູດໃນຜັກສະລັດເຊີ່ງຈະເຮັດໃຫ້ເກັບໄວ້ດົນ
14.ນໍ້າເຜິ້ງສາມານນຳມາແປຮູບເປັນຜະລິດຕະພັນໄດ້ຫລາຍຢາງເຊັ່ນ:ສະບູ,ເຈວລ້າງໜ້າ
15.ນໍ້າເຜິ້ງເປັນຢາອາຍຸຍືນ
16. ຊ່ວຍໃຫ້ຮ່າງກາຍສົມບູນແຂງແຮງ ຕ້ານທານໂລກຕ່າງຕ່າງໄດ້ດີ
17. ຊ່ວຍເສີມສ້າງການຈະເລີນເຕີບໂຕໃນໄວເດັກ
18. ຊ່ວຍເພີ່ອພະລັງານໃຫ້ແກ່ຮ່າງກາຍ
19. ຊ່ວຍຜ່ອນຄາຍຄວາມເມື່ອຍລ້າອ່ອນເພຍຈາກການທຳງານ ຫຼື ອອກກຳລັງກາຍ
20. ຊ່ວຍເສີມສ້າງສຸຂະພາບຂອງຜູ້ປ່ວຍໃນໄລຍະພັກຟື້ນ ຫຼື ຜູ້ສູງອາຍຸ
21. ຊ່ວຍບັນເທົາອາການຂອງໂລກຕ່າງໆໃຫ້ດີຂຶ້ນ
22. ຊ່ວຍໃນການຄວບຄຸມນ້ຳໜັກ ແລະ ລົດຄວາມອ້ວນ
23. ຊ່ວຍບຳລຸງເລືອດໃນຮ່າງກາຍ
24. ຊ່ວຍຮັກສາອາການເປັນຫວັດໃຫ້ດີຂຶ້ນໄວ
25. ນໍ້າເຜິ້ງສາມາດບັນເທົາອາການໄອຈາກໄຂ້ຫວັດທີ່ເດັກນ້ອຍເປັນ ໄດ້ດີກວ່າຢາດີໄອ
26.ຊ່ວຍຮັັກສາອາການເມົາຄ້າງ
27.ຊ່ວຍປັບຄວາມສົມດຸນໃນຮ່າງກາຍໄດ້ຄົງທີ່
28. ນ້ຳເຜິ້ງມີລິດຢາລະງັບປະສາດອ່ອນ
29. ຊ່ວຍແກ້ອາການນອນບໍ່ຫຼັບ
30 . ຊ່ວຍຮັກສາໂລກເບົາຫວານ
Cr: MedThai

ไม่มีความคิดเห็น:
แสดงความคิดเห็น