ສຳນັກຂ່າວຕ່າງປະເທດລາຍງານວ່າ ນັກສະແດງໜຸ່ມຊາວລັດເຊຍເປີດເສິກຟ້ອງຮ້ອງຄີຣນິກດັດແຂ້ວແຫ່ງໜຶ່ງ ຫຼັງຈາກການດັດແຂ້ວຂອງເຂົາກາຍເປັນຝັນຮ້າຍໃນຊີວິດເພາະເພາະມັນໄດ້ທຳລາຍອາຊີບໜ້າທີ່ການງານໃນວົງການບັນເທີງໄປຢ່າງກະທັນຫັນ ເຂົາບໍ່ສາມາດເຮັດໜ້າທີ່ເປັນນັກສະແດງຫຼືພິທີກອນໄດ້ຄືແຕ່ກ່ອນ.
ຕາມການລາຍງານລະບຸວ່າ ນັກສະແດງໜຸ່ມໄວ32 ປີ ( ເຊວາສຕຽນ ) ລາວເປັນນັກສະແດງລະຄອນເວທີ່ເສັ້ນທາງອາຊີບຂອງລາວກຳລັງໄປໄດ້ດີ ແຕ່ກ່ອນໜ້ານີ້ລາວໄປຮັກສາແຂ້ວທີ່ຄຣີນິກແຫ່ງໜຶ່ງ ການຮັກສາຄັ້ງນັ້ນໄດ້ປ່ຽນຊີວິດໄປຢ່າງສິ້ນເຊີງ ເມື່ອເກີດຜົນຂ້າງຄຽງໃນການຮັກສາ ແຂ້ວຂອງລາວຜິດປົກກະຕິ ແລະຍັງອອກສຽງເວົ້າບໍ່ຊັດເຈນອີກດ້ວຍ.
ເຊວາສຕຽນ ເປີດເຜີຍວ່າວັນທີ່ລາວເຂົ້າໄປຫາໝໍກໍ່ແຈ້ງວ່າ ຕົວເອງເປັນນັກສະແດງ ລະຄອນເວທີ ປາກຖືວ່າເປັນເຄື່ອງມືຫຼັກໃນການປະກອບອາຊີບຂອງເຂົາຈຶ່ງບອກໃຫ້ໝໍລະວັງໃນການຮັກສາຢ່າງນຸ້ມນວນຈົນກະທັ້ງການຮັກສາຜ່ານໄປພຽງແຕ່ບໍ່ເຖິງພໍຊົ່ວໂມງພົ້ນຜານໄປເຂົາຮູ້ສຶກວ່າມີຄວາມຜິດປົກກະຕິທີ່ກົກແຂ້ວຂອງລາວ ລາວບໍ່ສາມາດບົດ ຫຼື ຫຍ້ຳອາຫານໄດ້ຕາມປົກກະຕິ ແລະ ໃນວັນຕໍ່ມາປະກົດວ່າສຽງເວົ້າຂອງເຂົາກໍ່ເລີ່ມບໍ່ຊັດເຈນ.
ເຫດການດັ່ງກ່າວເຮັດໃຫ້ຜູ້ກຳກັບລະຄອນເວທີຈຳເປັນຕ້ອງຍົກເລີກການສະແດງທັງໝົດພ້ອມກັບຄືນຄ່າບັດໃຫ້ກັບຜູ້ຊົມ ເພາະນັກສະແດງບໍ່ສາມາດຂຶ້ນສະແດງໄດ້ ເຊວາສຕຽນ ຍັງບອອກອີກວ່າ ຕົນຍັງບໍ່ໄດ້ຖືກໄລ່ອອກແຕ່ກໍ່ດີວ່າຍັງມີນັກສະແດງຄົນອື່ນມມາຫຼິ້ນບົດບາດນີ້ແທນເພາະຕົນຮັກສາບໍ່ທັນ
ເຊວາສຕຽນ ຮູ້ສຶກເສຍໃຈກັບເຫດການທີ່ເກີດຂຶ້ນຄວາມຝັນເປັນນັກສະແດງຂອງເຂົາເຫມືອນພັງທະລາຍລົງ ຍ້ອນເຂົາຕັດສິນໃຈເຂົາຮັກສາແຂ້ວ ຫຼ້າສຸດລາວຈິ່ງຕັດສິນໃຈຟ້ອງຮ້ອງຄຣີນິກແພດ ແຫ່ງດັ່ງກ່າວເນື່ອງຈາກເຮັດໃຫ້ເຂົາມີອາການຂ້າງຄຽງຕາມມາທີ່ເຮັດໃຫ້ກະທົບຕໍ່ຊີວິດປະຈຳວັນ.
ຢ່າງໃດກໍ່ຕາມ ອາການຂອງ ເຊວາສຕຽນ ຍັງມີທາງທີ່ຈະຮັກສາໃຫ້ຫາຍໄດ້ ອາດຈະຕ້ອງເພິ່ງພາການສັນຍະກຳ ແລະ ເທັນນິກທາງພັນທະແພດເຂົ້າຊ່ວຍເຫຼືອແຕ່ການຮັກສາອາດຈະຕ້ອງກິນເວລາເຖິງ 6 ເດືອນ ເຖິງ 1 ປີ

ไม่มีความคิดเห็น:
แสดงความคิดเห็น