ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันอาทิตย์ที่ 25 มิถุนายน พ.ศ. 2560

    ສິ່ງທີ່ບໍ່ຄວນໂພສ ແລະ ແຊ ລົງໂຊຊຽວເນັດເວີກ















    ໃນການແຊສິ່ງຕ່າງໆຂຶ້ນໂຊຊຽວເນັດເວີກຕ່າງໆ ບໍ່ວ່າຈະເປັນ facebook , insagram , Line ,Twitter ແລະ ອື່ນໆກ່ອນຈະແຊຕ້ອງລະມັດລະວັງ ຄິດກ່ອນແຊ  ເພາະຕອນນີ້ມີກຸ່ມ ແຮັກເກີ້ ມືອາຊີບທີ່ບໍ່ດີ ເລີ່ມຫາເຫຍື່ອຜ່ານການແຊເທິງໂລກໂຊຊຽວທີ່ທ່ານແຊນີ້ເອງ ເຊິ່ງພຶດຕິກຳບາງຢ່າງທີ່ທ່ານໂພສແລ້ວແຊເທິງໂລກໂຊຊຽວນີ້ເປັນຂໍ້ມູນັ້ນດີແກ່ເຫຼົ່າແຮັກເກີ້ເຖິງຂັ້ນຂະໂມຍຕົວຕົນທ່ານໄດ້ເລີຍ ບົດຄວາມນີ້ມາເບິ່ງສິ່ງທີ່ບໍ່ຄວນໂພສໃນໂລກໂຊຊຽວເນັດເວີກກັນ

    1. ບັດປະຈຳຕົວ

        ໂດຍສະເພາະເລກຂອງບັດປະຈຳຕົວ 13ຫຼັກ ມັກຈະຖືກນຳໄປໄຊ້ໃນການເຮັດເລື່ອງສຳຄັນສຳລັບເຮົາບໍ່ວ່າຈະເປັນການສະໝັກບັດເຄຼດິດ ຂອງສິນເຊື່ອເປີດຍບັນຊີທະນາຄານເສຍພາສີ ສະໝັກງານ ແລະ ທຸກໆຢ່າງທີ່ກ່ຽວກັບທຸລະກິດທາງການເງິນ ແລະ ຕອນນີ້ບໍລິການຄວບຄຸມໄປເຖິງການຮັກສາພະຍາບານ ການເຮັດໃບຂັບຂີ່ອີກດ້ວຍ

    2. ພັດສະປອດ
        ມີຄວາມສຳຄັນເທົ່າກັນກັບບັດປະຊາຊົນ ໝາຍເລກພັດປອດ ແລະ ພັດສະປອດທີ່ມີຂໍ້ມູນທັງຊື່,ນາມສະກຸນ ວັນເກີດ ແລະ ອື່ນໆ ຂຶ້ນບົນໂລກອອນລາຍ ເພາະຄົນຮ້າຍກໍ່ມີໂອກາດໄຊ້ຊ່ອງທາງອອນໄລໃນການປອມແປງພັດສະປອດໄດ້ເຊັ່ນດຽວກັນ

    3. ເຊັກອິນສະຖານທີ່ຕ່າງໆ

        ຂໍ້ມູນຈາກເວັບໄຊ Distinctivedoors.co.uk ເຊິ່ງເຮັດການສຳຫຼວດຂໍ້ມູນກ່ຽວກັບການເກີດອາດສະຍາກອນໃນປັດຈຸບັນພົບວ່າ ໂຈນກວ່າ75% ໃຊ້ການຄົ້ນຫາກຸ່ມເປົ້າຫມາຍຜ່ານທາງໂຊຊຽວມີເດຍເຊັ່ນ: facebook , tweeter , Googe maps ເວົ້າງ່າຍໆວ່າຄົ້ນຫາຕຳແໜ່ງບ້ານທີ່ພັກອາໃສຂອງເຫຍື່ອໄດ້ຢ່າງສະດວກສະບາຍ ຄົນຮ້າຍສາມາດສຳຫຼວດສິ່ງຕ່າງໆໃນບ້ານຜ່ານໂລກອອນໄລ ເຊັ່ນ: ໂທລະທັດ, ເຄື່ອງຫຼິ້ນດີວີດີ, ຊຸດເຄື່ອງຫຼູຫຼາໃນຫ້ອງອື່ນໆ ທີ່ເຄີຍໂພສອວດເພື່ອນໆ ສາຍຄໍທອງຕຳເພັດຕ່າງໆ ລົດຍົນກໍລໍ້ຕາລໍ້ໃຈໂຈນໄດ້ບໍ່ໜ້ອຍ ທີ່ສຳຄັນຫາກເຮົາເຊັກອິນຕະຫຼອດເວລາ  ໄປໃສ, ມາໃສ, ບ່ອນໃດ ເຮັດໃຫ້ເຂົາຮູ້ວ່າບໍ່ຢູ່ບ້ານ ຫຼືກຳລັງຈະກັບ ຖືວ່າເປັນເລື່ຶງຊ່ຽງສຸດໆ

    4. ນິ້ວມື
     
       ນັກວິໃຈຢີ່ປຸ່ນເຕືອນ ການຖ່າຍຮູບຍົກມືສອງນິ້ວ ຊ່ຽວຖືກລັກລາຍນິ້ວມື ໂດຍທ່ານ ອິຊະໂອະ ( Echizenlsao) ນັກວິໃຈປະເທດຢີ່ປຸ່ນກ່າວວ່າ ເວລາຖ່າຍຮູບນັ້ນ ຢ່າຍົກໃຫ້ເຫັນປາຍນິ້ວມືເພາະຕອນນີ້ເທັກໂນໂລຢີ ພາບ ແລະ ກ້ອງ ນັ້ນຖືກພັດທະນາຂຶ້ນໄປໃນລະດັບໃຫມ່ແລ້ວ ເຊິ່ງຂໍ້ມູນລາຍນິ້ວມືຂອງທ່ານ ສາມາດຖືກເກັບໄດ້ຈາກການຖ່າຍຮູບທີ່ເຫັນຮູບໄດ້ຊັດເຈນໃນໄລຍະ 3 ແມັດ ຈາກກ້ອງ ດັ່ງນັ້ນການຈະຖ່າຍເຊວຟີ່ໃຫ້ຢຸດຊູສອງນິ້ວເພາະຫາກຍັງຊູສອງນິ້ວຢູ່ ອາດຖືກຂະໂມຍລາຍນິ້ວມືໄດ້ ເຊິ່ງນິ້ວເຮົາເປັນເອກະລັກສະເພາະຕົວຂອງຕົວເຮົາຢູ່ແລ້ວຫາກຍັງເຮັດທ່ານີ້ຢູ່ອາດມີໂອກາດຊ່ຽງຖືກຂະໂມຍລາຍນິ້ວມືເພື່ອໃຊ້ໃນການສວມຮອຍ ແລະ ລັກຂໍ້ມູນສຳຄັນ ໂດຍລາຍນິ້ວມືບໍ່ສາມາດປ່ຽນລາຍນິ້ວມືໃຫມ່ໄດ້ ແລະ ມີໄປຕະຫຼອດຊີວິດຫາກລາຍນິ້ວມືຖືກກ໋ອບໄປເທົ່າກັບເຂົາລັກຕົວຕົນຂອງເຮົາໄປແລ້ວ
       ດັ່ງນັ້ນການທີ່ຈະແຊ ຈະໂພສສິ່ງຕ່າງໆລົງໃນໂລກໂຊຊຽວ ຕ້ອງລະມັດລະວັງ ຄຳນຶງສິ່ງທີ່ຈະເກີດຂຶ້ນຫຼັງການແຊ


    Cr: IT24hourshttps://www.facebook.com/yourpostNews/?fref=ts

    ไม่มีความคิดเห็น:

    แสดงความคิดเห็น