ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันอังคารที่ 20 มิถุนายน พ.ศ. 2560

    ອາ​ລີ​ບາ​ບາ​ເປີດ​ບໍ​ລິ​ການ​ຢູ່​ມາ​ເລ​ເຊຍ​ແລະ​ສິງ​ກະ​ໂປ


    ໜັງ​ສື​ພິມ​ບົວ​ລະ​ພາ​ລາຍ​ວັນ​ລາຍ​ງານ​ວ່າ, ບໍ​ລິ​ສັດ TMALL ສາ​ກົນ​ທີ່​ຂຶ້ນ​ກັບ​ກຸ່ມ​ບໍ​ລິ​ສັດ​ອາ​ລີ​ບາ​ບາ​ຈີນ​ໄດ້​ປະ​ກາດ​ເປີດ​ບໍ​ລິ​ການ​ຢູ່​ມາ​ເລ​ເຊຍ​ແລະ​ສິງ​ກະ​ໂປ​ເພື່ອ​ບຸກ​ເບີກ​ຕະຫຼາດ​ຊາວ​ຈີນ​ຢູ່​ຕ່າງ​ປະ​ເທດ.
    ບໍ​ລິ​ສັດ TMALL ຈຳ​ໜ່າຍ​ສິນ​ຄ້າ​ຈີນ​ເປັນ​ຕົ້ນ​ຕໍ ເຊິ່ງ​ລວມ​ທັງ​ອາ​ຫານເບົາ, ​ເຄື່ອງ​ປຸງ​​ອາ​ຫານ, ເຄື່ອງ​ໃຊ້​ໃນ​ເຮືອນ ແລະ​ອື່ນໆ, ທັງ​ມີ​ສິນ​ຄ້າ​ຕ່າງ​ປະ​ເທດ​ຕື່ມ​ອີກ ເປັນ​ຕົ້ນ Pampers, ສິນ​ຄ້າ​ຍີ່​ຫໍ້ Walch ແລະ​ອື່ນໆ. ຂະ​ນະ​ດຽວ​ກັນ, ບໍ​ລິ​ສັດ​ອາ​ລີ​ບາ​ບາ​ຍັງ​ໄດ້​ເປີດ​ເຜີຍ​ແຜນ​ການ​ພັດ​ທະ​ນາ​ຢູ່​ຕ່າງ​ປະ​ເທດ ໂດຍ​ຈະ​ຮ່ວມ​ມື​ກັບ Lazada ບໍ​ລິ​ສັດ​ການ​ຄ້າ​ເອ​ເລັກ​ໂຕຣນິກ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ເພື່ອ​ບຸກ​ເບີກ​ຕະຫຼາດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ​ລວມ​ທັງ​ທົ່ວ​ໂລກ.
    ผลการค้นหารูปภาพสำหรับ TMALL

    ທີ່ມາ:cri-fm93

    ไม่มีความคิดเห็น:

    แสดงความคิดเห็น