ພວກລົດຖັງຂອງກອງທັບບົກເທີກີ ແລະ ລົດຫຸ້ມເກາະ ບັນທຸກທະຫານ ກຳລັງເຄື່ອນຍ້າຍໄປຍັງເຂດຊາຍແດນ ຂອງຊີເຣຍ ໃນເມືອງ Karkamis ຂອງເທີກີ.
ກອງທັບຂອງເທີກີ ໄດ້ກ່າວໃນວັນພຸດມື້ນີ້ ວ່າ ກຳລັງຂອງຕົນໄດ້ທຳລາຍ ເປົ້າໝາຍ
ຕ່າງໆ ຂອງຊາວເຄີດໃນຊີເຣຍ ໃນຄືນແລ້ວນີ້ ອັນເປັນການຕອບໂຕ້ ຕໍ່ການຍິງ
ປືນໃຫຍ່ ໃສ່ກອງກຳລັງທີ່ໜູນຫຼັງໂດຍເທີກີ ຢູ່ໃນພາກເໜືອຂອງຊີເຣຍ.

ກອງທັບບົກ ຂອງເທີກີ ໄດ້ກ່າວໃນຖະແຫລງການສະບັບນຶ່ງ ວ່າ ການປະທະກັນ
ຫຼາຍຄັ້ງ ໄດ້ເກີດຂຶ້ນ ຢູ່ໃນພື້ນທີ່ເຂດ Afrin.

ໜ່ວຍປ້ອງກັນປະຊາຊົນຊາວເຄີດ ຫຼື YPG ແມ່ນເປັນພາກສ່ວນທີ່ສຳຄັນຂອງ
ກອງກຳລັງປະຊາທິປະໄຕຊີເຣຍ ທີ່ໄດ້ຮັບການໜູນຫຼັງໂດຍສະຫະລັດ ແລະ ໂດຍ
ສະເພາະ ການຕໍ່ສູ້ທີ່ຍັງດຳເນີນຢູ່ຕໍ່ໄປ ເພື່ອຜາບແພ້ກຸ່ມຫົວຮຸນແຮງລັດ ອິສລາມ
ຢູ່ໃນເມືອງຣັກກາ ບ່ອນທີ່ກຸ່ມດັ່ງກ່າວໄດ້ປະກາດໃຫ້ເປັນນະຄອນຫຼວງຂອງຕົນ.

ແຕ່ເທີກີ ໄດ້ຄັດຄ້ານຢ່າງແຂງຂັນ ຕໍ່ການໃຊ້ພວກນັກລົບຊາວເຄີດ ໂດຍເຫັນວ່າ
ພວກເຂົາເຈົ້າ ເປັນເຄືອຂ່າຍຂອງ ພັກກຳມະກອນເຄີດິສຖານ ຫຼື PKK ທີ່ເປັນກຸ່ມ
ນອກກົດໝາຍ ຊຶ່ງກຳລັງກໍ່ການກະບົດ ຢູ່ໃນເຂດພາກຕາເວັນອອກສຽງໃຕ້ ຂອງ
ເທີກີ ນັບຕັ້ງແຕ່ ປິ 1980 ເປັນຕົ້ນມາ.

ສະຫະລັດສະໜັບສະໜູນ ກຸ່ມ YPG ດ້ວຍການຈັດສົ່ງອາວຸດຕ່າງໆໄປໃຫ້ ຊຶ່ງ
ເທີກີ ຢ້ານວ່າ ຈະຕົກຢູ່ໃນກຳມືຂອງພວກນັກລົບ ຂອງກຸ່ມ PKK ໃນທີ່ສຸດ.

ລັດຖະບານຂອງເທີກີ ໄດ້ກ່າວວ່າ ລັດຖະມົນຕີປ້ອງກັນປະເທດຂອງສະຫະລັດ
ທ່ານ Jim Mattis ໄດ້ໃຫ້ຄວາມໝັ້ນໃຈ ວ່າ ສະຫະລັດຈະເອົາອາວຸດເຫຼົ່ານັ້ນ
ຄືນມາ ຫຼັງຈາກຢຶດເອົາເມືອງຣັກກ້າໄດ້ ແຕ່ທ່ານ Mattis ໄດ້ຊີ້ແຈງ ໃນວັນ
ອັງຄານວານນີ້ ວ່າ ສະຫະລັດ ຈະສະໜັບສະໜູນ ກຸ່ມ YPG ຕໍ່ໄປ.

“ພວກເຮົາຈະເຮັດໃນສິ່ງທີ່ພວກເຮົາສາມາດເຮັດໄດ້” ທ່ານ Mattis ໄດ້ບອກ
ຕໍ່ບັນດານັກຂ່າວ ທີ່ກຳລັງເດີນທາງໄປກັບທ່ານ. ແຕ່ທ່ານໄດ້ກ່າວວ່າ ອາວຸດ
ຕ່າງໆ ທີ່ຈະສະໜອງໃຫ້ແກ່ ກຸ່ມ YPG ແມ່ນຈະຂຶ້ນຢູ່ກັບວ່າ ພາລະກິດຕໍ່ໄປນັ້ນ
ແມ່ນຫຍັງ.

ທ່ານ Mattis ໄດ້ກ່າວອີກວ່າ “ໃນເມື່ອພວກເຂົາເຈົ້າ ບໍ່ຕ້ອງການສິ່ງໃດສິ່ງນຶ່ງ
ອີກຕໍ່ໄປແລ້ວ ພວກເຮົາ ຈະສັບປ່ຽນພວກອາວຸດເຫຼົ່ານັ້ນ ດ້ວຍສິ່ງທີ່ພວກເຂົາ
ເຈົ້າຕ້ອງການ.”

ຫົວໜ້າກະຊວງປ້ອງກັນປະເທດ ຂອງສະຫະລັດ ແມ່ນມີກຳນົດ ຈະພົບກັບ ຄູ່
ຕຳແໜ່ງຂອງທ່ານ ຈາກເທີກີ ໃນວັນພະຫັດມື້ອື່ນ ໃນລະຫວ່າງ ກອງປະຊຸມ
ອົງການເນໂຕ ຢູ່ນະຄອນ Brussels.

ທີ່ມາ:voalao
ไม่มีความคิดเห็น:
แสดงความคิดเห็น