ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันพฤหัสบดีที่ 15 มิถุนายน พ.ศ. 2560

    ສະຫະລັດ ປະກາດເຕືອນ ກ່ຽວກັບ ການໂຈມຕີ ທາງຄອມພິວເຕີ ໂດຍ ເກົາຫຼີເໜືອ

    ສ່ວນລຸ່ມ ຂອງ ສັນຍາລັກອົງການ FBI.
    ລັດຖະບານ ສະຫະລັດ ໄດ້ປະກາດເຕືອນ ທີ່ບໍ່ຄ່ອຍ​ໄດ້​ເຫັນ​ກັນ ໃນ ວັນອັງຄານວານ
    ນີ້, ​ໂດຍຖິ້ມ​ໂທດ​ໃສ່ເກົາຫຼີເໜືອ ກ່ຽວ​ກັບການໂຈມຕີທາງຄອມພິວເຕີຈຳນວນຫຼາຍຄັ້ງ ຢ້ອນກັບຄືນໄປຕັ້ງແຕ່ປີ 2009 ແລະໄດ້ເຕືອນວ່າ ເບິ່ງຄືຈະມີການໂຈມຕີເພີ່ມເຕີມອີກ.
    ອົງການ FBI ແລະ ກະຊວງຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ​ຂອງ​ ສະຫະລັດ ໄດ້ລະບຸ
    ທີ່ຢູ່ທາງອິນເຕີແນັດ ກ່ຽວຂ້ອງກັບໄວຣັສ ​ໃນ​ຊື່ DeltaCharlie ​ເຊິ່ງ​ໄດ້ແນເປົ້າໃສ່ ພາກສ່ວນສື່ມວນຊົນ, ການບິນອາວະກາດ, ການເງິນ ແລະ ໂຄ່ງລ່າງພື້ນຖານທີ່ມີ ຄວາມສຳຄັນໃນ ສະ ຫະລັດ ແລະ ທົ່ວໂລກ.
    ການເຕືອນດັ່ງກ່າວໄດ້ຮຽກຮ້ອງໃຫ້ສະຖາບັນຕ່າງໆ ແຈ້ງໃຫ້ຮູ້ທຸກໆຂໍ້ມູນ ທີ່ພວກເຂົາ
    ເຈົ້າອາດມີ ກ່ຽວກັບ ກິດຈະກຳທາງຄອມພິວເຕີຂອງປະເທດ, ເຊິ່ງລັດຖະບານໄດ້ອ້າງ
    ເຖິງ “Hidden Cobra.”
    ການເຕືອນຍັງກ່າວວ່າ “ຖ້າຜູ້ໃຊ້ ຫຼື ຜູ້ຈັດການຈັບໄດ້ຊອຟແວທີ່ລະບຸຊື່ວ່າ HIDDEN COBRA, ຊອຟແວພວກນີ້ຕ້ອງຖືກໝາຍເຕືອນໃນ ທັນທີ, ຕ້ອງລາຍງານໃຫ້ສູນ
    ກາງ ການຄົມມະນາຄົມ ແລະ ການປະ ຕິບັດການຮັກສາຄວາມປອດໄພທາງຄອມ
    ພິວເຕີແຫ່ງຊາດ ຂອງກະ ຊວງຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ ຫຼື ສູນກາງການສັງ
    ເກດການທາງອິນເຕີແນັດຂອງອົງການ FBI, ແລະ ຕ້ອງໃຫ້ຄວາມສຳຄັນສູງສຸດ ເພື່ອຍົກລະດັບໃນການຫຼຸດຜ່ອນຄວາມຮ້າຍແຮງ."
    Cr:voalao

    ไม่มีความคิดเห็น:

    แสดงความคิดเห็น