[14 ມິຖຸນາ 2017 ] ສຳນັກຂ່າວຕ່າງປະເທດລາຍງານເພີ່ມເຕິມກ່ຽວການເຫດການໄຟໄໝ້ ອະພາດເມັ້ນ Grenfell Tower ທີ່ມີສູງ 24 ຊັ້ນ ໂດຍເຈົ້າໜ້າທີ່ຢືນຢັນພົບຜູ້ເສຍຊີວິດແລ້ວ 6 ຄົນ, ບາດເຈັບ 74 ຄົນ ແລະ ອີກ 20 ກວ່າຄົນແມ່ນໄດ້ບາດເຈັບສາຫັດ ເຊິ່ງທຸກຄົນແມ່ນໄດ້ຖືກສົ່ງໂຕໄປໂຮງໜໍແລ້ວ.
ສໍາລັບຄວາມຫາຍດ້ານຊັບສີນແມ່ນຍັງບໍ່ທັນສະມາດສະຫຼູບໄດ້ ລວມທັງສາເຫດທີ່ກໍ່ໃຫ້ເກີດອັກຄີໄຟໃນຄັ້ງນີ້. ແຕ່ຢ່າງໃດກໍຕາມ ທາງເຈົ້າໜ້າທີ່ຄາດວ່າຈໍານວນຜູ້ເສຍຊີວິດອາດມີໂຕເລກເພີ່ມຂື້ນ ເພາະຍັງມີຜູ້ສູນຫາຍເປັນຈໍານວນຫຼວງຫຼາຍສົມຄວນ ( ຈໍານວນຜູ້ທີ່ຄາດວ່າຕິດໃນ ອະພາດເມັ້ນແມ່ນ 600 ຄົນ).
ອີກດ້ານໜຶ່ງຂອງຂໍ້ມູນ ບອກໃຫ້ຮູ້ວ່າ ອະພາດເມັ້ນ (Grenfell Tower) ທີ່ເກີດໄຟໄໝ້ແມ່ນສ້າງຂື້ນໃນ ປີ 1974 ປະກອບດ້ວຍ 120 ຫ້ອງ ເຊິ່ງມີການບູລະນະໃໝ່ເມື່ອບໍ່ດົນມານີ້ ແລະ ບໍ່ມີສັນຍານເຕືອນໄພຂະນະເກີດເຫດ.
ສໍາລັບຄວາມຫາຍດ້ານຊັບສີນແມ່ນຍັງບໍ່ທັນສະມາດສະຫຼູບໄດ້ ລວມທັງສາເຫດທີ່ກໍ່ໃຫ້ເກີດອັກຄີໄຟໃນຄັ້ງນີ້. ແຕ່ຢ່າງໃດກໍຕາມ ທາງເຈົ້າໜ້າທີ່ຄາດວ່າຈໍານວນຜູ້ເສຍຊີວິດອາດມີໂຕເລກເພີ່ມຂື້ນ ເພາະຍັງມີຜູ້ສູນຫາຍເປັນຈໍານວນຫຼວງຫຼາຍສົມຄວນ ( ຈໍານວນຜູ້ທີ່ຄາດວ່າຕິດໃນ ອະພາດເມັ້ນແມ່ນ 600 ຄົນ).
Cr:tholakhong






ไม่มีความคิดเห็น:
แสดงความคิดเห็น