ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 17 มิถุนายน พ.ศ. 2560

    ຣັດເຊຍ ອ້າງວ່າ ການໂຈມຕີ ທາງອາກາດ ໃກ້ເມືອງຣັກກາ ອາດສັງຫານ ຜູ້ນຳກຸ່ມ IS

    ຮູບຈາກໜ້າເວັບໄຊ ຂອງພວກຫົວຮຸນແຮງ ລັດອິສລາມ ເມື່ອວັນທີ 5 ກໍລະກົດ 2014 ທີ່ເຫັນຜູ້ນຳກຸ່ມລັດອິສລາມ ທ້າວ Abu Bakr al-Baghdadi.
    ກອງທັບຣັດ​ເຊຍກ່າວ​ໃນ​ວັນ​ສຸກ​ມື້​ນີ້​ວ່າ ນຶ່ງ​ໃນ​ຈຳນວນ​ການ​ໂຈມຕີ​ທາງ​ກາດຂອງຕົນ
    ຢູ່​ໃນ​ຊີ​ເຣຍ ​ໃນ​ທ້າຍ​ເດືອນ​ພຶດສະພາທີ່​ແນ​ເປົ້າໝາຍ​ໃສ່ບັນດາ​ຜູ້​ບັນຊາ​ການ ​ກຸ່ມລັດ​
    ອິສລາມ ອາດ​ໄດ້​ສັງຫານ​ຜູ້​ນໍາ​ກຸ່ມກໍ່​ການ​ຮ້າຍດັ່ງກ່າວ.
    ຖະ​ແຫລ​ງການ​ສະ​ບັບນຶ່ງ ​ທີ່​ນຳ​ອອກ​ເຜີຍ​ແຜ່ທາງ Facebook ​ໂດຍກະຊວງ​ປ້ອງ​ກັນ
    ​ປະ​ເທດຣັດ​ເຊຍ ກ່າວ​ວ່າ ການ​ໂຈມ​ຕີ​ໃກ້​ກັບ​ເມືອງ​ Raqqa ຊຶ່ງ​ເປັນ ​ເມືອງ​ຫຼວງຂອງ
    ກຸ່ມລັດ​ອິສລາມນັ້ນ ​ໄດ້​ຖືກ​ກອງ​ປະຊຸມ​ທີ່​ຜູ້ນຳຂອງ​ກຸ່ມດັ່ງກ່າວ ຄືທ້າວ Abu Bakr
    al-Baghdadi ​ໄດ້​ເຂົ້າ​ຮ່ວມ.
    ຣັດ​ເຊຍກ່າວອ້າງວ່າ ​ການ​ໂຈມ​ຕີ​ນີ້ໄດ້​ສັງຫານຜູ້​ບັນຊາ​ການ​ຊັ້ນ​ສູງ ທີ່​ມີຜູ້​ບັນຊາ​ການ​
    ສະໜາມ​ລົບ 30 ຄົນ ​ແລະ​ພວກ​ຫົວ​ຮຸນ​ແຮງ​ເຖິງ 300 ຄົນ ​ທີ່​ຮັບ​ໃຊ້​ເປັນ​ຜູ້ອາລັກຂາ​
    ສ່ວນ​ໂຕຂອງ​ພວກ​ກ່ຽວ.
    ກອງທັບຣັດ​ເຊຍຍັງ​ກ່າວ​ວ່າ ຕົນກຳລັງ​ກວດ​ເບິ່ງ​ຜ່ານ “ຊ່ອງ​ທາງຕ່າງໆ” ທີ່​ວ່າ ທ້າວ al-Baghdadi ​ໄດ້​ຖືກ​ຂ້າ​ຕາຍ​ແລ້ວນັ້ນ.

    ທີ່ມາ:voalao

    ไม่มีความคิดเห็น:

    แสดงความคิดเห็น