ຍິນດີຕອນຮັບທຸກທ່ານເຂົ້າສູ່ເວັບໄຊແຫ່ງຄວາມຮູ້ ແລະ ການແລກປຽ່ນບົດຮຽນ


  • Breaking News

    วันเสาร์ที่ 17 มิถุนายน พ.ศ. 2560

    ປ. ທຣຳ ປັບປ່ຽນ ນະໂຍບາຍ ເປີດກວ້າງ ຕໍ່ຄິວບາ ຂອງ ທ່ານໂອບາມາ


    ປະທານາທິບໍດີ ດໍ​ໂນ​ລ ທຣຳ ​ເລີ້ມຕ່າວ​ປີ້ນບາງ​ສ່ວນ ​ໃນການ​ເປີດ​ກວ້າງປະ​ເທດ​ຄິວ​
    ບາ​ທີ່​ມີ​ຄວາມສຳຄັນ​ຄັ້ງປະຫວັດສາດ ຂອງ​ປະທານາທິບໍດີ​ສະຫະລັດ​ຄົນ​ກ່ອນ ​ໂດຍ
    ກ່າວ​ວ່າ “ທ່ານ​ພວມ​ຍົກ​ເລີກ ​ຂໍ້​ຕົກລົງ ​ແຕ່​ພຽງ​ລຳພັງ​ຝ່າຍ​ດຽວ ​ຂອງ​ລັດຖະບານຊຸດ
    ​ກ່ອນກັບປະ​ເທດ​ຄິວ​ບາ.” ມາດ​ຕະການ​ໃໝ່​ ແມ່ນ​ຮວມທັງ​ເພີ້​ມຄວາມ​ເຂັ້ມງວດ​ກ່ຽວ​
    ກັບ​ການ​ເດີນທາງ ​ຂອງ​ພວກ​ນັກ​ທ່ອງ​ທ່ຽວ ​ແລະ​ຫ້າມ ບໍ່​ໃຫ້​ມີ​ການ​ຕົກລົງ ​ດ້ານ​ການ
    ​ເງິນກັບ​ອົງການ​ຕ່າງໆ ​ທີ່​ມີ​ຄວາມ​ສຳພັນ ​ກັບກອງທັບ​ ແລະ​ໜ່ວຍ​ສື​ບລັບ​ຄິວ​ບາ. ກະ​
    ປະມານ​ວ່າ ບໍລິ​ສັດ​ຍັກ​ໃຫຍ່ GAESA ຂອງ​ກອງທັບຄິວ​ບາ​ ເປັນຜູ້​ຄວບ​ຄຸມ​ເສດຖະ
    ກິດຫຼາຍກວ່າ​ເຄິ່ງຂອງ​ປະ​ເທດ.



    ໃນຄຳ​ປາ​ໄສ​ທີ່​ເຂດຮາ​ວາ​ນາ​ນ້ອຍ ຫລື​ Little Havana ຢູ່​ນະຄອນ Miami ​ໃນ​ວັນ​
    ສຸກ​ວານ​ນີ້ ປະທານາທິບໍດີ ດໍ​ໂນ​ລ ທຣໍາ ທີ່​ຢືນ​ຄຽງ​ຂ້າງ ​ໂດຍ ຮອງ​ປະທາ ນາທິບໍດີ
    Mike Pence ​ແລະ​ສະມາຊິກ​ສະພາ​ສູງຈາກ​ລັດຟລໍຣິດາ Marco Rubio ​ພ້ອມກັບ
    ພວກ​ນັກ​ການ​ເມືອງ ​ທີ່​ມີ​ເຊື້ອສາຍ​ຄິວ​ບາ​ ຄົນ​ສຳຄັນ​ອື່ນໆ​ອີກ ປະທາ​ນາ​ທິບໍດີທຣຳ
    ກ່າວ​ວ່າ ທ່ານ​ໄດ້​ເອົາບາດກ້າວ​ຕ່າງໆ ​ເພື່ອ​ປະຕິບັດ​ຕາມ ​ຄຳໝັ້ນສັນຍາ​ທີ່​ທ່ານ​ໄດ້​
    ໃຫ້​ໄວ້ໃນ​ລະຫວ່າງ​ການ​ໂຄສະນາ​ຫາ​ສຽງທີ່​ຊ່ອຍ​ທ່ານ​ໃຫ້​ໄດ້​ຮັບ​ໄຊຊະນະ​ໃນ​ການ
    ​ເລືອກ​ຕັ້ງ​ເມື່ອເດືອນພະຈິກ​ປີກາຍຢູ່​ທີ່​ລັດ​ຟລໍ​ຣິກາຊຶ່ງເປັນ​ລັດ​ທີ່​ມີ​ການ​ແຂ່ງຂັນ​ກັນ
    ​ຢ່າງ​ດຸ​ເດືອດ ບ່ອນ​ທີ່​ການ​ປ່ອນ​ບັດ ຂອງ​ຊາວ​ອາເມຣິກັນ​ເຊື້ອສາຍ​ຄິວ​ບາ ຊ່ອຍ​ໃຫ້
    ​ທ່ານ​ໄດ້​ຮັບ​ຄະ​ແນນ​ນຳ​ໜ້າ.




    ປະທານາທິບໍດີ​ທຣຳ ກ່າວ​ຕໍ່​ຝູງ​ຊົນ ​ທີ່​ພາກັນ​ຮ້ອງ​ເຊຍ​ ແອ​ອັດ​ຈົນ​ແໜ້ນແລະຮ້ອນ​ເອົ້າ
    ຢູ່​ທີ່​ໂຮງ​ມະຫໍ​ລະ​ສົບ Manuel Artime Theater ຊຶ່ງ​ຕັ້ງ​ເປັນ​ກຽດ​ໃຫ້​ແກ່​ຜູ້ນຳ​ໃນ​ການ​
    ບຸກ​ໂຈມ​ຕີ ​ທີ່​ບໍ່​ປະສົບ​ຜົນສຳ​ເລັດຢູ່ອ່າວ​ໝູ່ ຫຼື Bay of Pigs ໂດຍ​ເວົ້າວ່າ “ອາ​ເມຣິກາ
    ແມ່ນ​ປະຕິ​ເສດ ​ຕໍ່​ພວກ​ກົດ​ຂີ່​ ປະຊາຊົນ​ຄິວ​ບາ. ທ່ານ​ກ່າວ​ຕໍ່​ໄປວ່າ “ຂ້າພະ​ເຈົ້າ​ເຊື່ອ​ວ່າ ການສິ້ນສຸດ​ລົງ​ຄົງ​ຈະ​ມີ​ຂຶ້ນ​ໃນ​ໄວໆ​ນີ້.”
    ປະທານາທິບໍດີ​ທຣຳ​ເວົ້າວ່າ “ພວກ​ເຮົາ​ຈະ​ປະຕິບັດ​ຕາມ​ການ​ຫ້າມ​ກ່ຽວ​ກັບ​ການທ່ອງ​
    ທ່ຽວ. ພວກ​ເຮົາ​ຈະ​ປະຕິບັດ​ຕາມ​ການ​ຂວ້ຳບາດ. ພວກ​ເຮົາ​ຈະ​ເອົາ​ບາດກ້າວ​ອັນ​ໜັກ
    ​ແໜ້ນ ​ເພື່ອ​ໃຫ້ການ​ຄ້ຳປະກັນ​ວ່າ ການ​ລົງທຶນ​ຈະ​ຫລັ່ງ​ໄຫລ​ໂດຍກົງ​ໄປ​ຫາ​ປະຊາຊົນ ​
    ເພື່ອ​ໃຫ້​ພວກ​ເຂົາ​ເຈົ້າ​ ໄດ້​ເປີດ​ທຸລະ​ກິ​ດ ​ເອກ​ກະ​ຊົນ ​ແລະ ເລີ້ມການ​ສ້າງສາ​ ປະ​ເທດ
    ຊາດແລະ​ອະນາຄົດ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເຂົາ​ເຈົ້າ.”


    ລັດຖະບານ​ຄິວ​ບາ​ກ່າວ​ໃນຖະ​ແຫຼງການ​ສະບັບ​ນຶ່ງ ​ໃນ​ວັນ​ສຸກ​ວານ​ນີ້ວ່າ “ຕົນຂໍ​ກ່າວ
    ​ຢ້ຳອີກ​ເທື່ອ​ນຶ່ງ​ວ່າ ຕົນ​ເຕັມ​ໃຈ​ ທີ່​ຈະ​ສືບ​ຕໍ່​ການ​ເຈລະຈາ ​ແບບ​ໃຫ້ການ​ເຄົາລົບ ​ແລະ
    ​ການ​ຮ່ວມ​ມື ​ກ່ຽວ​ກັບ​ບັນຫາ​ຕ່າງໆ ທີ່​ຕ່າງ​ຝ່າຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ” ກັບສະຫະລັດ.
    ຖະ​ແຫຼ​ງການ ​ຍັງ​ກ່າວ​ຕໍ່​ໄປ​ວ່າ ຄິວ​ບາ​ ແລະ​ສະຫະລັດ ​ຕ່າງ​ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢູ່
    ແລ້ວ​ ​ໃນ​ໄລຍະ​ສອງ​ປີ​ທີ່​ຜ່ານ​ມານີ້ວ່າ “ພວກ​ຕົນ​ສາມາດ​ຮ່ວມ​ມື​ກັນ ແລະ​ຢູ່​ຮ່ວມ​ກັນ
    ​ຢ່າງ​ບໍ່​ມີ​ບັນຫາ ​ເຄົາລົບ​ໃນ​ຄວາມ​ແຕກ​ຕ່າງ ​ແລະ​ຊຸກ​ຍູ້​ໃນ​ສິ່ງ​ທີ່
    ​ໃຫ້​ຜົນ​ປະ​ໂຫຍ​ດ​ແກ່​ທັງ​ສອງ​ປະ​ເທດ​ແລະ​ປະຊາຊົນ.”
    ຜູ້ຄົນ ທີ່ເດີນທາງໄປເຖິງ ສະໜາມບິນສາກົນ Jose Marti ໃນນະຄອນຮາວານາ ພວມເອົາເຄື່ອງຂຶ້ນລົດແທັກຊີ
    ຜູ້ຄົນ ທີ່ເດີນທາງໄປເຖິງ ສະໜາມບິນສາກົນ Jose Marti ໃນນະຄອນຮາວານາ ພວມເອົາເຄື່ອງຂຶ້ນລົດແທັກຊີ
    ແຕ່​ແນວ​ໃດ​ກໍ​ຕາມ ຄິວ​ບາ​ໄດ້​ເຕືອນ​ວ່າ ສະຫະລັດ “​ບໍ່​ຄວນທີ່​ຈະ​ຄາດ​ຫວັງ​ໃຫ້​ຄິວ​ບາ​
    ໂຍະຍານ​ຜ່ອນຜັນ​ກ່ຽວ​ກັບ​ອະ​ທິປະ​ໄຕ​ແລະ​ເອກ​ກະລາດ​ຂອງ​ຕົນ​ຫຼືຮັບ​ເອົາ​ເງື່ອນ​ໄຂ
    ​ໃດໆ​ໃນ​ທຳນອງ​ນັ້ນ.”
    ທີ່ມາ:​VOALAO

    ไม่มีความคิดเห็น:

    แสดงความคิดเห็น